ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil

ທ່ານສະເໜີໃຫ້ກຸ່ມບໍລິສັດສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັດຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Eric Hambly, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil (ພາບ: TTXVN)

ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Eric Hambly, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil.  ໂດຍຕີລາຄາສູງເລື່ອງກຸ່ມບໍລິສັດໄດ້ລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ ດ້ວຍໝາກຜົນທີ່ຕັ້ງໜ້າ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢືນວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ໃນນັ້ນມີ ອາເມລິກາ. ທ່ານສະເໜີໃຫ້ກຸ່ມບໍລິສັດສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັດຢູ່ ຫວຽດນາມ, ປະຕິບັດການຖ່າຍທອດເຕັກໂນໂລຊີ, ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…

        ສ່ວນທ່ານ Eric Hambly, ໄດ້ຢືນຢັນຄຳໝັ້ນສັນຍາຈະເພີ່ມທະວີການລົງທຶນຢູ່ ຫວຽດນາມ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳນ້ຳມັນອາຍແກັດ, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.


top