ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບການນຳຂອງກວ່າ 40 ກຸ່ມບໍລິສັດ, ວິສາຫະກິດສາກົນໃຫຍ່ ເຊິ່ງເປັນສະມາຊິກຂອງສະພາດຳເນີນທຸລະກິດ ອາຊີ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ເດືອນ ມັງກອນ 2026) ໄດ້ກຳນົດບັນດາວິໄສທັດ, ການກຳນົດທິດຂອງ ຫວຽດນາມ ໃນໄລຍະຍາວ, ເປັນຕົ້ນແມ່ນການກຳນົດຮູບແບບການພັດທະນາໃໝ່. ໃນວິວັດທະນາການນີ້, ຫວຽດນາມ ກຳນົດວ່າ ເສດຖະກິດພາກເອກະຊົນແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕສຳຄັນທີ່ສຸດ; ເສດຖະກິດມີເງິນລົງທຶນຈາກຕ່າງປະເທດແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ໄດ້ຮັບການສົ່ງເສີມພັດທະນາຢ່າງຍາວນານ, ຍືນຍົງ, ຮ່ວມມື, ເຊື່ອມຕໍ່ ແລະ ແກ່ງແຍ້ງຢ່າງປອດໂປ່ງກັບບັນດາເຂດເສດຖະກິດອື່ນ.
ໂດຍຕາງໜ້າໃຫ້ຄະນະຜູ້ແທນວິສາຫະກິດ, ທ່ານ Arif P. Rachmat, ປະທານສະພາດຳເນີນທຸລະກິດ ອາຊີ ໃຫ້ຄຳໝັ້ນສັນຍາຈະເປີດກວ້າງຂອບຂະໜາດ ແລະ ຂົງເຂດການລົງທຶນເຂົ້າ ຫວຽດນາມ, ໃນນັ້ນ ໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງ, ປັນຍາປະດິດ, ພະລັງງານສີຂຽວ, ກະສິກຳອັດສະລິຍະ, ອຸດສາຫະກຳສຳຮອງ, logistics…








