• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ

      ຕອນບ່າຍວັນທີ 24/5, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Jose Ramon Balague Cabrera ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ  ແລະ ທ່ານ Jose Ramon Balague Cabrera
ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ
      ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງຖືວ່າ ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີລະຫວ່າງ 2 ພັກ, ບັນດາການຢ້ຽມຢາມຊຶ່ງກັນ ແລະ ກັນລະຫວ່າງການນຳ 2 ພັກ , 2 ລັດ ກໍຄືການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ພົວພັນແລກປ່ຽນປະຊາຊົນໃນໄລຍະທີ່ຜ່ານມາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ,  ແລະ ຄວາມສາມັກຄີຢ່າງສື່ຊັດບໍລິສຸດລະຫວ່າງ 2 ພັກ , 2 ລັດ ແລະ ປະຊາຊົນຫວຽດນາມ-ກູບາ.
    ສ່ວນທ່ານ Jose Ramon Balague Cabrera ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ໄດ້ຕີລາຄາສູງຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນອັນລ້ຳຄ່າຂອງຫວຽດນາມໃນກິດຈະການປ່ຽນແປງໃໝ່ເປັນເວລາກ່ວາ 30 ປີທີ່ຜ່ານມາ ພ້ອມທັງເຊື້ອໝັ້ນຫວຽດນາມຈະສືບຕໍ່ຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ກ່ວາເກົ່າ. 
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top