• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz

ການໂອ້ລົມທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz, ໃນຕອນບ່າຍວັນທີ 31 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີໃຫ້ສອງປະເທດ ເພີ່ມທະວີການພົວພັນດ້ານການເມືອງ ໃນນັ້ນ ມີເລື່ອງແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງ ຢູ່ ເຢຍລະມັນ, ຍົກສູງການຮ່ວມມືລະຫວ່າງສອງປະເທດກ່ຽວກັບການລົງທຶນ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງໃຫມ່.
  ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz (ພາບ: VTV)  

 ທ່ານເລຂາທິການໃຫຍ່ ກໍ່ສະເຫນີ ລັດຖະບານ ເຢຍລະມັນ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນໃນການດຳລົງຊີວິດ ແລະ ເຮັດວຽກ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານ ເຫັນດີ ຈະຊີ້ນຳການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຊື່ງສອງປະເທດຕ່າງມີຄວາມສົນໃຈໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz  ຢືນຢັນ: ເຢຍລະມັນ ຖື ການພົວພັນຄູ່ຮ່ວມມືຍຸດທະສາດ ເຢຍລະມັນ - ຫວຽດນາມ ພວມພັດທະນາອັນດີງາມເປັນສຳຄັນ, ມີຫລາຍຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງປະເທດຍູ້ແຮງການຮ່ວມມືດ້ານການເມືອງສອງຝ່າຍ ແລະ ຢູ່ບັນດາເວທີປາໄສສາກົນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ໃນນັ້ນ ເສີມຂະຫຍາຍທ່າແຮງຂອງ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ຊຸກຍູ້ບັນດາໂຄງການຂອງ ເຢຍລະມັນ ຢູ່ ຫວຽດນາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ 19.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top