• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບອະດີດການນຳພັກ, ລັດ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງຄຳອວຍພອນປີໃຫມ່ມາຍັງບັນດາຜູ້ແທນພ້ອມກັບຄອບຄົວ ປີໃຫມ່ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ສິ່ງທີ່ດີງາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະກັບອະດີດການນຳພັກ, ລັດ.

(ພາບ: ສຳນັກຂ່າວສານຫວຽດນາມ)

ຕອນເຊົ້າວັນທີ 19 ກຸມພາ, ຢູ່ ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ກົມການເມືອງ, ຄະນະເລຂາໄດ້ຈັດຕັ້ງການພົບປະສັງສັນຕົ້ນລະດູບານໃຫມ່ປີຂານ 2022 ເນື່ອງໃນໂອກາດສະເຫລີມສະຫລອງ 92 ປີແຫ່ງວັນສ້າງຕັ້ງພັກ (03/02/1930 – 03/02/2022) ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 250 ຄົນຊື່ງແມ່ນບັນດາອະດີດການນຳຂັ້ນສູງຂອງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງຄຳອວຍພອນປີໃຫມ່ມາຍັງບັນດາຜູ້ແທນພ້ອມກັບຄອບຄົວ ປີໃຫມ່ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ສິ່ງທີ່ດີງາມ. ທ່ານເລຂາທິການໃຫຍ່ ຢັ້ງຢືນ: ຫວຽດນາມ ຜ່ານຜ່າປີ 2021 ດ້ວຍຫລາຍເຫດການສຳຄັນຍິ່ງ, ຟົດຟື້ນ ແລະ ອຸດົມສົມບູນ ສ້າງສິ່ງທີ່ປະທັບໃຈອັນດີງາມຫລາຍຢ່າງ, ປະກອບສ່ວນສືບຕໍ່ປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບ ພັກ, ລັດ.

ເມື່ອເວົ້າເຖິງຫນ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ໃນສະພາບການໂລກ ແລະ ພາຍໃນປະເທດ ຄຽງຂ້າງສິ່ງທີ່ສະດວກ, ກາລະໂອກາດ ແລ້ວ ກໍຍັງມີຄວາມຫຍຸ້ງຍາກ ສິ່ງທ້າທາຍບໍ່ແມ່ນຫນ້ອຍ, ຮຽກຮ້ອງທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນ ຕ້ອງມີຄວາມຕັດສິນໃຈສູງ, ສາມັກຄີ, ເປັນເອກະພາບ ເພື່ອສືບຕໍ່ມີແຜນນະໂຍບາຍລັດຖະນະໂຍບາຍອັນຖືກຕ້ອງ, ວິທີການອັນຖືກຕ້ອງເພື່ອແນໃສ່ນຳປະເທດຊາດສືບຕໍ່ພັດທະນາແບບຍືນຍົງ, ໃນນັ້ນ ຈຳເປັນສືບຕໍ່ໄດ້ຮັບຄຳເຫັນຢ່າງສຸດຈິດສຸດໃຈແລະ ມີຄວາມຮັບຜິດຊອບຂອງບັນດາພະນັກງານຂັ້ນສູງຂອງພັກ, ລັດ ຜ່ານຫລາຍໄລຍະ.

ທ່ານເລຂາທິການໃຫຍ່ ປາດຖະຫນາຢາກບັນດາອະດີດການນຳພັກ, ລັດ ດ້ວຍບັນດາບົດຮຽນ ປະສົບການທີ່ຖອດຖອນມາໄດ້ ອີງຕາມເງື່ອນໄຂຂອງແຕ່ລະຄົນ ສືບຕໍ່ມີບັນດາການອຸທິດສ່ວນ, ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.


(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top