• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຜູ້ນຳປີຊາສາມາດ, ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເຊິ່ງແມ່ນຜູ້ມີພູມປັນຍາໃຫຍ່, ມີຄວາມເກັ່ງກ້າສາມາດໃຫຍ່ຂອງການປະຕິວັດ ຫວຽດນາມ, ແມ່ນນັກແນວຄິດ, ນັກວັດທະນະທຳ, ຄັນທຸງທິດສະດີຂອງພັກ, ນັກຮຽນດີເລີດທີ່ໄດ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຜູ້ນຳປີຊາສາມາດ, ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ. ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດ ສສ.ຫວຽດນາມ. ບົດຂຽນໄດ້ປະກາດໃນວັນທີ 19 ກໍລະກົດ, ພາຍຫຼັງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ.

        ຂຶ້ນຕົ້ນບົດຂຽນ, ທ່ານປະທານປະເທດ ໂຕເລິມ ຢືນຢັນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເຊິ່ງແມ່ນຜູ້ມີພູມປັນຍາໃຫຍ່, ມີຄວາມເກັ່ງກ້າສາມາດໃຫຍ່ຂອງການປະຕິວັດ ຫວຽດນາມ, ແມ່ນນັກແນວຄິດ, ນັກວັດທະນະທຳ, ຄັນທຸງທິດສະດີຂອງພັກ, ນັກຮຽນດີເລີດທີ່ໄດ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່, ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ, ອຸທິດສ່ວນຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ.

        ໂດຍເຄື່ອນໄຫວຢ່າງຕໍ່ເນື່ອງເປັນເວລາກວ່າ 55 ປີ, ໄດ້ຝຶກຝົນຫຼໍ່ຫຼອມໃນສະພາບຕົວຈິງຂອງການປະຕິວັດ, ດ້ວຍວິໄສທັດຍຸດທະສາດ, ຈິນຕະນາການແຫຼມຄົມ, ຕິດພັນຢ່າງແໜ້ນແຟ້ນກັບສະພາບຕົວຈິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ພ້ອມກັບຄະນະບໍລິຫານງານສູນກາງພັກໝູນໃຊ້, ພັດທະນາຢ່າງມີຫົວຄິດປະດິດສ້າງລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ກໍ່ສ້າງພັກໃຫ້ນັບມື້ນັບປອດໃສ, ໝັ້ນຂົງເຂັ້ມແຂງຢ່າງບໍ່ຢຸດຢັ້ງ; ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເພີ່ມເຕີ່ມ, ສ້າງໃຫ້ສົມບູນແບບ ແລະ ຊີ້ນຳຢ່າງມີໄຊແນວທາງການປ່ຽນແປງໃໝ່, ສ້າງສາປະເທດ ຫວຽດນາມ “ບໍ່ມີຍາມໃດມີພາລະກິດໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງສາກົນຄືໃນວັນນີ້”.

        ບົດຂຽນໄດ້ຢືນຢັນວ່າ, ຕະຫຼອດຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ດ້ວຍຈິດໃຈ, ເຈດຈຳນົງແຮ້ງກາ, ບໍ່ຖອຍຫຼັງຕໍ່ສິ່ງທີ່ກີດຂວາງ, ຄວາມຫຍຸ້ງຍາກ; ຮັກສາຫຼັກການ, ອຸທິດສ່ວນຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ. ທ່ານເລຂາທິການໃຫຍ່ແມ່ນແບບຢ່າງດີເດັ່ນ, ເປັນແບບຢ່າງດ້ານຄຸນສົມບັດການປະຕິວັດທີ່ປອດໃສ, “ທ່ຽງທຳ”, ມີການດຳລົງຊີວິດທີ່ລຽບງ່າຍ, ວິທີການເຮັດວຽກມີປະຊາທິປະໄຕ, ສຸດຈິດສຸດໃຈ, ມີວິທະຍາສາດ, ເຄົາລົບ ແລະ ຮັກແພງມະນຸດ…, ໄດ້ຮັບຄວາມເຄົາລົບຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈສູງ, ຄວາມເຊື່ອໝັ້ນສູງ ແລະ ໄດ້ຮັບຄວາມເຄົາລົບຮັກແພງ ແລະ ຕີລາຄາສູງຈາກເພື່ອນມິດສາກົນເຄົາລົບ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top