• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບບັນດາວິສາຫະກິດໃຫຍ່ຂອງ ອາເມລິກາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຖືວ່າ ສອງຝ່າຍຕ້ອງວາງອອກຄວາມຮຽກຮ້ອງສູງກວ່າ ຕໍ່ການຮ່ວມມືດ້ານ ເສດຖະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ທີ່ການໂອ້ລົມສົນທະນາ (ພາບ: VNA)

ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ (ອາ​ເມ​ລິ​ກາ) ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ເຂົ້າຮ່ວມການ​ໂອ້​ລົມສົນທະນາ ໂຕະມົນກັບ ບັນດາວິສາຫະກິດໃຫຍ່ຂອງ ອາເມລິກາ. ເຫດການໂດຍຫ້ອງການການຄ້າ ອາເມລິກາ, ສະພາດຳ​ເນີນທຸລະກິດ ອາເມລິກາ-ອາຊຽນ ແລະ ປະຊາຄົມວິ​ສາ​ຫະ​ກິດຂອງສອງປະເທດ ສົມທົບກັບ​ບັນ​ດາອົງການຂອງ ຫວຽດນາມ ຈັດ​ຂຶ້​ນ.

ກ່າວຄຳເຫັນ​ທີ່​ການ​ໂອ​້​ລົມ​ສົນ​ທະ​ນາ, ທ່ານເລຂາທິການໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລີມ ຖື​ວ່າ ສອງຝ່າຍຕ້ອງວາງ​ອອກ​ຄວາມ​ຮຽກ​ຮ້ອງສູງກວ່າ ​ຕໍ່ການຮ່ວມມືດ້ານ ເສດຖະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ: ບໍ່ພຽງແຕ່ເປີດກວ້າງຂອບເຂດ​ດ້ານການຄ້າ ແລະ ການລົງທຶນເທົ່ານັ້ນ, ​ຫາກຍັງ​ຕ້ອງ​ຍົກ​ສູງຄຸນນະພາບການຮ່ວມມື, ລະດັບການເຂົ້າຮ່ວມຂອງວິ​ສາ​ຫະ​ກິດສອງ​ປະ​ເທດ​ເຂົ້າໃນລະບົບຕ່ອງໂສ້ມູນຄ່າຍຸດ​ທະ​ສາດ.

ດ້ວຍຈິດໃຈດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ສະເໜີໃຫ້ທັງສອງຝ່າຍພ້ອມກັນພັດທະນາວິທະຍາສາດເຕັກໂນໂລຊີ, ​ນະ​ວັດ​ຕະ​ກຳ, ແລະ ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງດ້ານອຸດສາຫະກໍາ...

“ພວກຂ້າ​ພະ​ເຈົ້າສືບຕໍ່ລົງທຶນຢ່າງ​ແຮງ​ກວ່າເຂົ້າ​ບັນ​ດາເງື່ອນໄຂພື້ນຖານ ສຳລັບ​ພື້ນ​ຖານເສດຖະກິດທີ່ທັນສະໄໝ. ນັ້ນ​ແມ່ນ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່ມ​ີ​ຄຸນ​ນະ​ພາບສູງ, ການສະໜອງພະລັງງານທີ່ໝັ້ນຄົງ, ພື້ນຖານໂຄງລ່າງ​ຄົມ​ມະ​ນາ​ຄົມ logistics ແລະ ພື້ນ​ຖານ​ໂຄງ​ລ່າງດີຈີຕອນ, ຕະຫຼາດທຶນ ແລະ ລະບົບນິເວດນະວັດຕະກຳ. ນີ້ກໍ່​ແມ່ນບັນ​ດາ​ປັດໄຈຕັດສິນເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ບໍ່ພຽງແຕ່ມາ ຫວຽດນາມ ເທົ່ານັ້ນ ຫາກຍັງສາມາດຢູ່ໃນໄລຍະຍາວ, ​ເປີດກວ້າງການລົງທຶນ ແລະ ນຳເອົາ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ນັບ​ມື້​ນັບເພີ່ມ​ຂຶ້​ນສູງ​ເຂົ້າ​ມາ ຫວຽດນາມ ອີກດ​້ວຍ.”

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່​ໄດ້ຕ້ອນຮັບຜູ້ຕາງໜ້າຂອງ​ກຸ່ມບໍລິສັດເສດຖະກິດ​ແຖວ​ໜ້າໂລກ.

(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top