ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຖືວ່າ ສອງຝ່າຍຕ້ອງວາງອອກຄວາມຮຽກຮ້ອງສູງກວ່າ ຕໍ່ການຮ່ວມມືດ້ານ ເສດຖະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ທີ່ການໂອ້ລົມສົນທະນາ (ພາບ: VNA)
ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ (ອາເມລິກາ) ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ໂຕະມົນກັບ ບັນດາວິສາຫະກິດໃຫຍ່ຂອງ ອາເມລິກາ. ເຫດການໂດຍຫ້ອງການການຄ້າ ອາເມລິກາ, ສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ ແລະ ປະຊາຄົມວິສາຫະກິດຂອງສອງປະເທດ ສົມທົບກັບບັນດາອົງການຂອງ ຫວຽດນາມ ຈັດຂຶ້ນ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຖືວ່າ ສອງຝ່າຍຕ້ອງວາງອອກຄວາມຮຽກຮ້ອງສູງກວ່າ ຕໍ່ການຮ່ວມມືດ້ານ ເສດຖະກິດລະຫວ່າງ ຫວຽດນາມ ແລະ ອາເມລິກາ: ບໍ່ພຽງແຕ່ເປີດກວ້າງຂອບເຂດດ້ານການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກຍັງຕ້ອງຍົກສູງຄຸນນະພາບການຮ່ວມມື, ລະດັບການເຂົ້າຮ່ວມຂອງວິສາຫະກິດສອງປະເທດເຂົ້າໃນລະບົບຕ່ອງໂສ້ມູນຄ່າຍຸດທະສາດ.
ດ້ວຍຈິດໃຈດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ທັງສອງຝ່າຍພ້ອມກັນພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ແລະ ຍົກສູງກຳລັງແກ່ງແຍ້ງດ້ານອຸດສາຫະກໍາ...
“ພວກຂ້າພະເຈົ້າສືບຕໍ່ລົງທຶນຢ່າງແຮງກວ່າເຂົ້າບັນດາເງື່ອນໄຂພື້ນຖານ ສຳລັບພື້ນຖານເສດຖະກິດທີ່ທັນສະໄໝ. ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການສະໜອງພະລັງງານທີ່ໝັ້ນຄົງ, ພື້ນຖານໂຄງລ່າງຄົມມະນາຄົມ logistics ແລະ ພື້ນຖານໂຄງລ່າງດີຈີຕອນ, ຕະຫຼາດທຶນ ແລະ ລະບົບນິເວດນະວັດຕະກຳ. ນີ້ກໍ່ແມ່ນບັນດາປັດໄຈຕັດສິນເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ບໍ່ພຽງແຕ່ມາ ຫວຽດນາມ ເທົ່ານັ້ນ ຫາກຍັງສາມາດຢູ່ໃນໄລຍະຍາວ, ເປີດກວ້າງການລົງທຶນ ແລະ ນຳເອົາບັນດາການເຄື່ອນໄຫວທີ່ນັບມື້ນັບເພີ່ມຂຶ້ນສູງເຂົ້າມາ ຫວຽດນາມ ອີກດ້ວຍ.”
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ຕ້ອນຮັບຜູ້ຕາງໜ້າຂອງກຸ່ມບໍລິສັດເສດຖະກິດແຖວໜ້າໂລກ.