ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບເຄືອຂ່າຍ ຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະຈຳ ການາດາ
ໃນຂອບເຂດຢ້ຽມຢາມທາງລັດຖະກິດ ການາດາ, ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ Ottawa, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຊ່ຽວຊານ ແລະ ນັກປັນຍາຊົນດີເດັ່ນທີ່ສັງກັດໃນເຄືອຂ່າຍຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະຈຳ ການາດາ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ບັນດາຜູ້ຊ່ຽວຊານສືບຕໍ່ປະກອບສ່ວນແນວຄວາມຄິດ, ຖ່າຍທອດເຕັກໂນໂລຊີ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບູລິມະສິດ, ຄື: ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີ quantum, ພະລັງງານສະອາດ, ການຫັນເປັນດີຈີຕອນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານຊີ້ແຈ້ງວ່າ ພັກ ແລະ ລັດ ຈະສືບຕໍ່ສ້າງກົນໄກ, ສະພາບແວດລ້ອມທີ່ສະດວກໃຫ້ສຳເລັດສົມບູນ ເພື່ອໃຫ້ນັກປັນຍາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ, ດ້ວຍບັນດາຮູບການທີ່ເໝາະສົມ.






