ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບເຄືອຂ່າຍ ຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະຈຳ ການາດາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ບັນດາຜູ້ຊ່ຽວຊານສືບຕໍ່ປະກອບສ່ວນແນວຄວາມຄິດ, ຖ່າຍທອດເຕັກໂນໂລຊີ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບູລິມະສິດ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທີ່ການພົບປະ (ພາບ: VNA)  

ໃນຂອບ​ເຂດຢ້ຽມຢາມ​ທາງ​ລັດ​ຖະ​ກິດ ການາດາ, ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ Ottawa, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ພົບປະກັບຜູ້ຊ່ຽວຊານ ແລະ ນັກປັນຍາຊົນ​ດີ​ເດັ່ນ​ທີ່ສັງກັດໃນເຄືອຂ່າຍຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະ​ຈຳ ການາດາ.

ທີ່​ການ​ພົບ​ປະ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້​ສະ​ເໜີ​ໃຫ້​ບັນ​ດາຜູ້ຊ່ຽວຊານສືບຕໍ່ປະກອບສ່ວນແນວຄວາມຄິດ, ຖ່າຍທອດເຕັກໂນໂລຊີ, ເຊື່ອມຕໍ່​ແຫຼ່ງຊັບພະຍາກອນ, ສຸມໃສ່ບັນ​ດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບູລິມະສິດ, ຄື: ປັນຍາປະດິດ, ເຄິ່ງຊັກ​ນຳ​ໄຟ​ຟ້າ, ເຕັກໂນໂລຊີ quantum, ພະລັງງານສະອາດ, ການຫັນ​ເປັນດີຈີຕອນ ແລະ ການພັດທະນາ​ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານຊີ້​ແຈ້ງວ່າ ພັກ ແລະ ລັດ ຈະສືບຕໍ່ສ້າງກົນໄກ, ສະພາບແວດລ້ອມທີ່ສະ​ດວກ​ໃຫ້ສຳເລັດ​ສົ​ມ​ບູນ ເພື່ອໃຫ້ນັກປັນຍາຊົນ ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ເຂົ້າ​ຮ່ວມການປະກອບສ່ວນ​ໃຫ້​ແກ່​ການພັດທະນາ​ຂອງປະເທດຊາດ, ດ້ວຍ​ບັນ​ດາຮູບການທີ່ເໝາະສົມ.


top