ທີ່ການຕ້ອນຮັບທ່ານ Craig Bradshaw, ຜູ້ອຳນວຍການຝ່າຍບໍລິຫານ EQ Resources Limited, ທ່ານເລຂາ ທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກພ້ອມກັບ EQ Resources Limited ເປີດກ້ວາງການຮ່ວມມືໃນບັນດາຂົງເຂດພັດທະນາລະບົບການສະໜອງ ແຮ່ທາດຍຸດທະສາດ, ການປຸງແຕ່ງເລິກແຮ່ທາດ, ວັດສະດຸເຕັກໂນໂລຊີສູງ...
ສ່ວນທ່ານ Craig Bradshaw, ຜູ້ອຳນວຍການຝ່າຍບໍລິຫານ EQ Resources Limited ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານແຮ່ທາດຂອງ ຫວຽດນາມ, ປາດຖະໜາຢາກສືບຕໍ່ລົງທຶນເປີດກ້ວາງຂອບຂະໜາດໃນໄລຍະຈະມາເຖິງ. ພ້ອມທັງຖືວ່າ, ຫວຽດນາມ ຄວນສືບຕໍ່ສ້າງລະບອບລະບຽບການໃຫ້ສຳເລັດເພື່ອດຶງດູດວິສາຫະກິດຕ່າງປະເທດມາລົງທຶນໃນໄລຍະຍາວຢູ່ ຫວຽດນາມ, ປະກອບສ່ວນຂຸດຄົ້ນ ແລະ ປຸງແຕ່ງບັນດາຜະລິດຕະພັນມີ ມູນຄ່າສູງກວ່າ.
ທີ່ການຕ້ອນຮັບທ່ານ Malcolm Turnbull AC, ປະທານ Advanced Navigation, ອະດິດນາຍົກລັດຖະມົນຕີຜູ້ທີ 29 ຂອງ ອົດສະຕາລີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ເຕັກໂລໂນຊີພາທາງ ແລະ ພິກັດຂອງ Advanced Navigation ເໝາະສົມກັບບັນດາຂົງເຂດທີ່ ຫວຽດນາມ ໃຫ້ບຸລິມະສິດຮ່ວມມືກັບ ອົດສະຕາລີ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂ ສະດວກເພື່ອໃຫ້ວິສາຫະກິດຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ນຳຜົນຂອງການຄົ້ນຄ້ວາກາຍເປັນ ຜະລິດຕະພັນ, ການໝູນໃຊ້ລະອຽດ ແລະ ເຂົ້າຮ່ວມລະບົບການສະໜອງ ທົ່ວໂລກເທື່ອລະກ້າວ.






