ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອົດສະຕາລີ, ຕອນເຊົ້າ ວັນທີ 12 ສິງຫາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Canberra, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບການນຳວິສາຫະກິດ ອົດສະຕາລີ ຈຳນວນໜຶ່ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບທ່ານ Malcolm Turnbull AC, ປະທານ Advanced Navigation, ອະດິດນາຍົກລັດຖະມົນຕີຜູ້ທີ 29 ຂອງ ອົດສະຕາລີ (ພາບ: VNA)
ທີ່ການຕ້ອນຮັບທ່ານ Craig Bradshaw, ຜູ້ອຳນວຍການຝ່າຍບໍລິຫານ EQ Resources Limited, ທ່ານເລຂາ ທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກພ້ອມກັບ EQ Resources Limited ເປີດກ້ວາງການຮ່ວມມືໃນບັນດາຂົງເຂດພັດທະນາລະບົບການສະໜອງ ແຮ່ທາດຍຸດທະສາດ, ການປຸງແຕ່ງເລິກແຮ່ທາດ, ວັດສະດຸເຕັກໂນໂລຊີສູງ...
ສ່ວນທ່ານ Craig Bradshaw, ຜູ້ອຳນວຍການຝ່າຍບໍລິຫານ EQ Resources Limited ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານແຮ່ທາດຂອງ ຫວຽດນາມ, ປາດຖະໜາຢາກສືບຕໍ່ລົງທຶນເປີດກ້ວາງຂອບຂະໜາດໃນໄລຍະຈະມາເຖິງ. ພ້ອມທັງຖືວ່າ, ຫວຽດນາມ ຄວນສືບຕໍ່ສ້າງລະບອບລະບຽບການໃຫ້ສຳເລັດເພື່ອດຶງດູດວິສາຫະກິດຕ່າງປະເທດມາລົງທຶນໃນໄລຍະຍາວຢູ່ ຫວຽດນາມ, ປະກອບສ່ວນຂຸດຄົ້ນ ແລະ ປຸງແຕ່ງບັນດາຜະລິດຕະພັນມີ ມູນຄ່າສູງກວ່າ.
ທີ່ການຕ້ອນຮັບທ່ານ Malcolm Turnbull AC, ປະທານ Advanced Navigation, ອະດິດນາຍົກລັດຖະມົນຕີຜູ້ທີ 29 ຂອງ ອົດສະຕາລີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ເຕັກໂລໂນຊີພາທາງ ແລະ ພິກັດຂອງ Advanced Navigation ເໝາະສົມກັບບັນດາຂົງເຂດທີ່ ຫວຽດນາມ ໃຫ້ບຸລິມະສິດຮ່ວມມືກັບ ອົດສະຕາລີ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂ ສະດວກເພື່ອໃຫ້ວິສາຫະກິດຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ນຳຜົນຂອງການຄົ້ນຄ້ວາກາຍເປັນ ຜະລິດຕະພັນ, ການໝູນໃຊ້ລະອຽດ ແລະ ເຂົ້າຮ່ວມລະບົບການສະໜອງ ທົ່ວໂລກເທື່ອລະກ້າວ.