ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%
ຕອນເຊົ້າວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ ໄດ້ຈັດກອງປະຊຸມປະຈຳເດືອນ ມິຖຸນາ 2026 ຂອງລັດຖະບານ ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຊີ້ນຳທີ່ກອງປະຊຸມ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 34 ແຂວງ, ນະຄອນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສັງເຂບ 6 ໝາກຜົນພົ້ນເດັ່ນເຊິ່ງລັດຖະບານບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ຊີ້ນຳການແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%. ທ່ານສະເໜີໃຫ້ລັດຖະບານຮີບເຮັ່ງຫັນບັນດາໜ້າທີ່ຂ້າງເທິງເປັນລະອຽດ ກາຍເປັນແຜນການກະທຳທີ່ມີຄວາມຄືບໜ້າໄປຕາມເດືອນ, ຕາມໄຕມາດ, ກຳນົດແຈ້ງອົງການເປັນປະທານ, ຜູ້ຮັບຜິດຊອບ ແລະ ເປີດເຜີຍໝາກຜົນການປະຕິບັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໃສ່ໃຈວ່າ ຕ້ອງສົ່ງເສີມໃຫ້ພະນັກງານກ້າຄິດກ້າທຳເພື່ອຜົນປະໂຫຍດລວມ, ໄປພ້ອມກັບການຮັດແໜ້ນລະບຽບວິໄນ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟຸມເຟືອຍ, ຜົນປະໂຫຍດກຸ່ມ ແລະ ສະພາບຫຼີກລ່ຽງຄວາມຮັບຜິດຊອບ.






