ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສັງເຂບ 6 ໝາກຜົນພົ້ນເດັ່ນເຊິ່ງລັດຖະບານບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ຊີ້ນຳການແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 04 ກໍ​ລະ​ກົດ, ຢູ່​ ຮ່າ​ໂນ້ຍ ໄດ້​ຈັດ​ກອງ​ປະ​ຊຸມປະ​ຈຳ​ເດືອນ ມິ​ຖຸ​ນາ 2026 ຂອງ​ລັດ​ຖະ​ບານ ແລະ ກອງ​ປະ​ຊຸມ​ທາງ​ໄກ​ລະ​ຫວ່າງ​ລັດ​ຖະ​ບານກັບ​ທ້ອງ​ຖິ່ນ. ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ທີ່ກອງ​ປະ​ຊຸມ. ກອ​ງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ແບບ​ທາງ​ໄກ​ເຊື່ອມ​ຕໍ່ກັບ 34 ແຂວງ, ນະ​ຄ​ອນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ສັງເຂບ 6 ໝາກ​ຜົນ​ພົ້ນ​ເດັ່ນ​ເຊິ່ງ​ລັດ​ຖະ​ບານ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ກັນ​ນັ້ນ ກໍ່​ຊີ້​ນຳ​ການແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕໃຫ້ໄດ້​ຢ່າງໜ້ອຍ​ສຸດ 10%. ທ່ານ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ຮ​ີບ​ເຮັ່ງ​ຫັນ​ບັນ​ດາ​ໜ້າ​ທີ່ຂ້າງເທິງ​ເປັນ​ລະ​ອຽດ ​ກາຍ​ເປັນ​ແຜນ​ການ​ກະ​ທຳ​ທີ່ມີ​ຄວາ​ມ​ຄືບ​ໜ້າໄປ​ຕາມ​ເດືອນ, ຕາມ​ໄຕ​ມາດ, ກຳ​ນົດ​ແຈ້ງ​ອົງ​ການ​ເປັນ​ປະທານ, ຜູ້​ຮັບ​ຜິດ​ຊອບ ແລະ ເປີ​ດ​ເຜີຍ​ໝາກ​ຜົນ​ການ​ປະ​ຕິ​ບັດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ໃສ່​ໃຈ​ວ່າ ຕ້ອງ​ສົ່ງ​ເສີມໃຫ້​ພະ​ນັກ​ງານ​ກ້າ​ຄິດ​ກ້າ​ທຳ​ເພື່ອ​ຜົນ​ປະ​ໂຫຍດ​ລວມ, ໄປ​ພ້ອມ​ກັບ​ການ​ຮັດ​ແໜ້ນ​ລະ​ບຽບ​ວິ​ໄນ, ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼ​າດ​ບັງ​ຫຼວງ, ຟຸມ​ເຟືອຍ, ຜົນ​ປະ​ໂຫຍດ​ກຸ່ມ ແລະ ສະ​ພາບ​ຫຼີກ​ລ່ຽງ​ຄວາມ​ຮັບ​ຜິດ​ຊອບ.


top