ຕອນບ່າຍວັນທີ 27 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບການກະກຽມໃຫ້ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນໃສ່ຊື່ ປະທານ ໂຮ່ຈີມິນ; ສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ການວາງແຜນຜັງພັດທະນານະຄອນ ໂຮ່ຈີມິນ… ບັນດາຄວາມຫຍຸ້ງຍາກ, ຂໍຕິດຄັດໃນປະຈຸບັນຂອງນະຄອນ.
ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ທາງນະຄອນ ຕ້ອງເປັນເຈົ້າການກວ່າ, ມີຄຸນນະທາດ, ມີວິໄສທັດຍາວໄກກວ່າ ໃນການເສີມຂະຫຍາຍກຳລັງແຮງພາຍໃນ, ສ້າງພື້ນຖານເສດຖະກິດເອກະລາດ, ເຂັ້ມແຂງດ້ວຍຕົນເອງ, ຮັບມືຢ່າງມີໄຫວພິບ ແລະ ຮັບປະກັນເປັນເຈົ້າຍຸດທະສາດ. ປີ 2026, ສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນເປັນກຽດໃສ່ຊື່ປະທານ ໂຮ່ຈີມິນ, ທ່ານສະເໜີໃຫ້ທາງນະຄອນ ຕ້ອງຈັດບັນດາການເຄື່ອນໄຫວຢ່າງສົມກຽດ, ແທດຈິງ, ຫຼີກລ່ຽງການຟູມເຟືອຍ.








