ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ
ທີ່ຂໍ້ຕົກລົງສູນກາງເລກທີ 198 ລົງວັນທີ 10 ມິຖຸນາ 2026, ກົມການເມືອງຕົກລົງສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ (ຄະນະຊີ້ນຳ), ລວມມີ 37 ທ່ານ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ ເປັນຫົວໜ້າຄະນະຊີ້ນຳ.
ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ເປັນຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳ. ຮອງຫົວໜ້າຄະນະຊີ້ນຳລວມມີ: ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ເປັນກຳມະການຜູ້ປະຈຳການຄະນະຊີ້ນຳ.
ພາລະບົດບາດ, ໜ້າທີ່, ສິດ, ການເຮັດວຽກ, ການພົວພັນວຽກງານຂອງຄະນະຊີ້ນຳໄດ້ປະຕິບັດຕາມຂໍ້ກຳນົດຂອງກົມການເມືອງ.






