• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ພົບ​ປະ​ກັບ​ສະ​ພາ​ວິ​ສາ​ຫະ​ກິດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບບັນດາສະມາຊິກສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ.

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ( ພາຍ: VGP)

ທ່ານ ຫວູດຶກດາມ ຕີລາຄາສູງຕໍ່ເລື່ອງສະພາ ແລະ ບັນດາວິສາຫະກິດສະມາຊິກທີ່ມີການເຄື່ອນໄຫວອັນແທດຈິງ, ລະອຽດຫຼາຍຢ່າງເພື່ອຂະຫຍາຍຈິດໃຈພັດທະນາແບບຍືນຍົງເຖິງທຸກໆວິສາຫະກິດ, ປະຊາຊົນທຸກຄົນ. ໃນໄລຍະຈະມາເຖິງ, ສະພາຕ້ອງພັດທະນາຢ່າງວ່ອງໄວກ່ວາອີກ, ມີຄວາມຍືນຍົງກ່ວາອີກ, ດ້ວຍຈຳນວນສະມາຊິກທີ່ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ, ຢາກເຮັດໄດ້ຄືແນວນັ້ນ, ຊຸດມາດຕະຖານການຕີລາຄາວິສາຫະກິດພັດທະນາແບບຍືນຍົງໃນປັດຈຸບັນຄວນສືບຕໍ່ຫັນເປັນງາຍດ່າຍເພື່ອກາຍເປັນບັນດາໝວດມາດຕະຖານສຳຄັນ, ຈື່ຈຳງ່າຍ ແລະ ປະຕິບັດໄດ້ງ່າຍ.

        ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດໝູນວຽນ, ການຜະລິດຄືນໃໝ່, ການແກ້ໄຂບັນຫາຂີ້ເຫຍື້ອ ພຣາດສະຕິກ, ຖົງຢາງ, ທ່ານ ຫວູດຶກດາມ ຖືວ່າ ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຄວນສະເໜີນະໂຍບາຍໜູນຊ່ວຍວິສາຫະກິດໃນການບຳບັດສິ່ງເສດເຫຼືອ, ຜະລິດຂີ້ເຫຍື້ອ, ເຂົ້າຮ່ວມການປະຕິບັດ ຫຼື ການອຸປະຖຳບັນດາໂຄງການຂົນຂວາຍປະຊາຊົນໃນການແຍກ ຂີ້ເຫຍື້ອ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top