• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ກວດກາວຽກງານປ້ອງກັນຕ້ານໂລກລະບາດຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ ໂຮ່ຈິມິນ

      ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດ ໄດ້ໄປກວດກາວຽກງານປ້ອງກັນ ຕ້ານໂລກລະບາດ ຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ.
ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ເຮັດວຽກກັບບໍລິສັດແຫ່ງໜຶ່ງ
ຢູ່ນະຄອນໂຮີຈີມິນ. 
(ພາບ: VGP)
        ຕອນເຊົ້າວັນທີ 6 ສິງຫາ, ຢູ່ນະຄອນ ໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດ ໄດ້ໄປກວດກາວຽກງານປ້ອງກັນ ຕ້ານໂລກລະບາດ ຢູ່ບັນດາຮາກຖານຜະລິດ, ການຄ້າບໍລິການຂອງນະຄອນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ໄດ້ຮຽກຮ້ອງວ່າ ວຽກງານປ້ອງກັນ ຕ້ານໂລກລະບາດ ຂອງນະຄອນ ໂຮ່ຈິມິນ ຍັງຕ້ອງໃຊ້ເວລາຍາວນານ, ສະນັ້ນ, ຕ້ອງຜັນຂະຫຍາຍບັນດາມາດຕະການຢ່າງມີໄຫວພິບໃຫ້ແກ່ບັນດາວິສາຫະກິດຜະລິດສະບຽງອາຫານ, ຂົນສົ່ງສິນຄ້າ, ຮັບປະກັນຊີວິດການເປັນຢູ່ຂອງ ປຊຊ.
   ບັນດາວິສາຫະກິດຮາກຖານຜະລິດ, ການຄ້າບໍລິການ ລ້ວນແຕ່ໄດ້ຢັ້ງຢືນພວມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດບັນດາມາດຕະການປອດໄພໃນການ ປ້ອງກັນ ຕ້ານໂລກລະບາດ ແລະ ມານະພະຍາຍາມຈັດຕັ້ງການຜະລິດເພື່ອຮັກສາແຫຼ່ງສະໜອງ.
 (ແຫຼ່ງຄັດຈາກ VOV)


 

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top