• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕ້ອນຮັບທ່ານເອກອັກຄະລັດຖະທູູດ ໂມຊໍາບິກ ປະຈໍາ ປະຈໍາຫວຽດນາມ

ຕອນບ່າຍວັນທີ 18 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດໂມຊໍາບິກ ເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ຫວຽດນາມ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດໂມຊໍາບິກ 

(ພາບ: TTXVN)

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ນໍາການຮ່ວມມືໃນບັນດາຂົງເຂດຈຸດສຸມຄືກະສິກໍາ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ... ໃຫ້ເຂົ້າສູ່ລວງເລິກ ແລະ ແຜນການເປີດກວ້າງການຮ່ວມມືອອກສູ່ບາງຂົງເຂດອື່ນ ເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ ຄື ການຄົມມະນາຄົມ, ການຂຸດຄົ້ນແຮ່ທາດ, ນໍ້າມັນອາຍແກັດ... ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

        ທ່ານເອກອັກຄະລັດຖະທູດ Leonardo Rosario Manuel Pene ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມເຮັດໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດໃນອາຍຸການນີ້ ເລິກເຊິ່ງກວ່າອີກ, ສູ້ຊົນເພີ່ມວົງເງິນການຄ້າສອງສົ້ນຝ່າຍ, ດຶງດູດນັກລົງທຶນຂອງຫວຽດນາມໄປລົງທຶນຢູ່ໂມຊໍາບິກ ໃຫ້ຫຼາຍກວ່່າ ແລະ ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນລະຫວ່າງວິສາຫະກິດ ແລະ ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top