
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດໂມຊໍາບິກ
(ພາບ: TTXVN)
ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ນໍາການຮ່ວມມືໃນບັນດາຂົງເຂດຈຸດສຸມຄືກະສິກໍາ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ... ໃຫ້ເຂົ້າສູ່ລວງເລິກ ແລະ ແຜນການເປີດກວ້າງການຮ່ວມມືອອກສູ່ບາງຂົງເຂດອື່ນ ເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ ຄື ການຄົມມະນາຄົມ, ການຂຸດຄົ້ນແຮ່ທາດ, ນໍ້າມັນອາຍແກັດ... ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.
ທ່ານເອກອັກຄະລັດຖະທູດ Leonardo Rosario Manuel Pene ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມເຮັດໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດໃນອາຍຸການນີ້ ເລິກເຊິ່ງກວ່າອີກ, ສູ້ຊົນເພີ່ມວົງເງິນການຄ້າສອງສົ້ນຝ່າຍ, ດຶງດູດນັກລົງທຶນຂອງຫວຽດນາມໄປລົງທຶນຢູ່ໂມຊໍາບິກ ໃຫ້ຫຼາຍກວ່່າ ແລະ ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນລະຫວ່າງວິສາຫະກິດ ແລະ ປະຊາຊົນສອງປະເທດ.
(ແຫຼ່ງຄັດຈາກ VOV)