ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າການພັດທະນາອຸດສາຫະກຳການເດີນເຮືອແຫ່ງຊາດ ແມ່ນໜ້າທີ່ຍຸດທະສາດໃນສັງລວມກໍ່ສ້າງ ຫວຽດນາມ ກາຍເປັນປະເທດທະເລເຂັ້ມແຂງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມເປັນປະທານການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຍຸດທະສາດພັດທະນາອຸດສາຫະກຳການເດີນເຮືອແຫ່ງຊາດ (ພາບ: VNA)
ຕອນບ່າຍວັນທີ 14 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຍຸດທະສາດພັດທະນາອຸດສາຫະກຳການເດີນເຮືອແຫ່ງຊາດ.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າການພັດທະນາອຸດສາຫະກຳການເດີນເຮືອແຫ່ງຊາດ ແມ່ນໜ້າທີ່ຍຸດທະສາດໃນສັງລວມກໍ່ສ້າງ ຫວຽດນາມ ກາຍເປັນປະເທດທະເລເຂັ້ມແຂງ. ຈາກນັ້ນ. ສ້າງຄວາມສາມາດແຫ່ງຊາດໃນທະເລ ແລະ ເສັ້ນທາງນ້ຳ, ຕິດພັນກັບການພັດທະນາເສດຖະກິດກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ມີຄວາມເປັນເຈົ້າໃນການຂົນສົ່ງ, logistics, ຄວາມໝັ້ນຄົງລະບົບສະໜອງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ທ່ານເລຂາທິການໃຫຍ່ເນັ້ນໜັກ 3 ເນື້ອໃນໃຫຍ່, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງອຸດສາຫະກຳການເດີນເຮືອ, ພັດທະນາອຸດສາຫະກຳຕໍ່ກຳປັ່ນ ຕາມຈິນຕະນາການລະບົບນິເວດ, ຄົບຊຸດດ້ວຍກອງກຳປັ່ນທະເລ, ຍານພາຫະນະທາງນ້ຳພາຍໃນປະເທດ, ທ່າກຳປັ່ນ, logistics, ອຸດສາຫະກຳໜູນຊ່ວຍ ແລະ ການບໍລິການໃນຕະຫຼອດເວລານຳໃຊ້ພາຫະນະ. ທ່ານກ່າວວ່າ:
ພັດທະນາອຸດສາຫະກຳໜູນຊ່ວຍ, ອອກແບບ, ວິທະຍາສາດ - ເຕັກໂນໂລຢີ, ຈົດທະບຽນ, ມາດຖານ, ຂໍ້ມູນ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ເປົ້າໝາຍແມ່ນເປັນເຈົ້າແຕ່ລະຂັ້ນຕອນມີຄຸນຄ່າສູງເທື່ອລະກ້າວ, ຍົກສູງຄຸນຄ່າໄດ້ຮັກສາພາຍໃນປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສີຂຽວ, ດີຈີຕອນ, ສະເພາະກິດ. ນະໂຍບາຍບຸກຄະລາກອນຕ້ອງຕິດພັນການບຳລຸງສ້າງກັບຄວາມຕ້ອງການຂອງຕະຫຼາດ ແລະ ມີມາດຕະການຢ່າງພຽງພໍເພື່ອດຶງດູດ, ນຳໃຊ້, ມີນະໂຍບາຍທີ່ດີເພື່ອຮັກສາໄດ້ນັກວິສະວະກອນ, ກຳມະກອນເປັນມືອາຊີບ ແລະ ນັກຊ່ຽວຊານ.
(ແຫຼ່ງຄັດຈາກ VOV)