6 ເດືອນຜ່າມມາ, ເສດຖະກິດ ຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ ໃນບັນດາຂົງເຂດເກືອບທັງໝົດ, ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ
ກອງປະຊຸມເຮັດວຽກກັບສື່ມວນຊົນ ຖະແຫຼງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງໜ້າທີ່ 6 ເດືອນທ້າຍປີ (ພາບ: VNA)
ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ປະສານສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຂ່າວ ຫວຽດນາມຈັດກອງປະຊຸມເຮັດວຽກກັບສື່ມວນຊົນ ຖະແຫຼງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງໜ້າທີ່ 6 ເດືອນທ້າຍປີ.
ລາຍງານທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ 6 ເດືອນຜ່າມມາ, ເສດຖະກິດ ຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ ໃນບັນດາຂົງເຂດເກືອບທັງໝົດ, ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ; ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ. ພົ້ນເດັ່ນຂຶ້ນ, GDP 6 ເດືອນຕົ້ນປີ ຄາດວ່າເພີ່ມຂຶ້ນ 8,18%, ສູງທີ່ສຸດນັບແຕ່ປີ 2011 ມາຮອດປັດຈຸບັນ ແລະ ນອນໃນກຸ່ມບັນດາພື້ນຖານເສດຖະກິດມີການເຕີບໂຕສູງ. ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບສືບຕໍ່ໄດ້ຮັບການຍູ້ແຮງ; ມີຫຼາຍການປະຕິບັດລະບຽບການບໍລິຫານໄດ້ຫຼຸດລົງ; ພື້ນຖານໂຄງລ່າງຄົມມະນາຄົມສືບຕໍ່ໄດ້ຮັບການລົງທຶນ, ມີຫຼາຍໂຄງການຈຸດສຸມໄດ້ຜັນຂະຫຍາຍ. ບັນດາຂົງເຂດວັດທະນະທຳ, ສັງຄົມ ແລະ ສະຫວັດດີການສັງຄົມສືບຕໍ່ໄດ້ຮັບຄວາມເອົາໃຈໃສ່. ລັດຖະບານວາງເປົ້າໝາຍສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມດຸ່ນດຽງໃນການສະໜອງ - ຄວາມຕ້ອງການດ້ານແຮງງານ; ຍູ້ແຮງການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ແລະ ເປັນຕົ້ນການຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ໃນຊຸມເດືອນທ້າຍປີ. ເປົ້າໝາຍຂອງລັດຖະບານໃນ 6 ເດືອນທ້າຍປີ ແມ່ນສຸ້ຊົນການເຕີບໂຕບັນລຸລະດັບ ສອງຕົວເລກ ແລະ ຄວບຄຸມໄພເງິນເຟີ້ສະເລ່ຍປະມານ 4,5%.
(ແຫຼ່ງຄັດຈາກ VOV)