ຂ່າວສານ

ເສດ​ຖະ​ກິດ ສັງ​ຄົມ 6 ເດືອນ​ຕົ້ນ​ປີ ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ

6 ເດືອນ​ຜ່າ​ມມາ, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ ໃນ​ບັນ​ດາ​ຂົງ​ເຂດ​ເກືອບ​ທັງ​ໝົດ, ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ
  ກອງ​ປະ​ຊຸມ​ເຮັດ​ວຽກ​ກັບ​ສື່ມວນ​ຊົນ ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 14 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ​ຈັດ​ກອງ​ປະ​ຊຸມ​ເຮັດ​ວຽກ​ກັບ​ສື່ມວນ​ຊົນ ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ.

ລາຍ​ງານ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ເຈິ່ນກວັກ​ເຟືອງ ໃຫ້​ຮູ້​ວ່າ 6 ເດືອນ​ຜ່າ​ມມາ, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ ໃນ​ບັນ​ດາ​ຂົງ​ເຂດ​ເກືອບ​ທັງ​ໝົດ, ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ; ໄພ​ເງິ​ນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ພົ້ນ​ເດັ່ນ​ຂຶ້ນ, GDP 6 ເດືອ​ນ​ຕົ້ນ​ປີ ຄາດ​ວ່າ​ເພີ່ມ​ຂຶ້ນ 8,18%, ສູງ​ທີ່​ສຸດ​ນັບ​ແຕ່​ປີ 2011 ມາ​ຮອດ​ປັດ​ຈຸ​ບັນ ແລະ ນອນ​ໃນ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ການ​ເຕີບ​ໂຕ​ສູງ. ວຽກ​ງານ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ; ມີຫຼາຍ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້ຫຼຸດ​ລົງ; ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ສືບ​ຕໍ່​ໄດ້​ຮັບ​ການ​ລົງ​ທຶນ, ມີຫຼາຍ​ໂຄງ​ການ​ຈຸດ​ສຸມ​ໄດ້​ຜັນ​ຂະ​ຫຍາຍ. ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ລັດ​ຖະ​ບານ​ວາງ​ເປົ້າ​ໝາຍ​ສື​ບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດຽງ​ໃນ​ການ​ສະ​ໜອງ - ຄວາມ​ຕ້ອງ​ການ​ດ້ານ​ແຮງ​ງານ; ຍູ້​ແຮງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂ​ະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ເປັນ​ຕົ້ນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໃນ​ຊຸມ​ເດືອນ​ທ້າຍ​ປີ. ເປົ້າ​ໝາ​ຍ​ຂອງ​ລັດ​ຖະ​ບານ​ໃນ 6 ເດືອນ​ທ້າຍ​ປີ ແມ່​ນ​ສຸ້​ຊົນ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ ສອງ​ຕົວ​ເລກ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ສະ​ເລ່ຍ​ປະ​ມານ 4,5%.


top