• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອິນໂດເນເຊຍ ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ,  ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງ ວັນທີ 11 – 12 ກັນຍານີ້.


ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ 

(ພາບ: BNG)

ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຂອງ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ດໍາເນີນໃນສະພາບການ ການພົວພັນຄູູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ມີການພັດທະນາໃໝ່ ນັບແຕ່ເມື່່ອ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ (ເມື່ອເດືອນສິງຫາ 2017) ແລະ ແມ່່ນຈຸດເດັ່ນທີ່ສໍາຄັນ, ອັນໄດ້ຊ່ວຍກໍານົດທິດການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່ ພາຍຫຼັງ 5 ປີ ແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

 (ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top