• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ D.Trump ຢຶຶນຢັນ ອາເມລິກາ ພວມປະຕິບັດການເຈລະຈາດ້ານການຄ້າກັບ ຈີນ ເປັນຢ່າງດີ

      ປັກກິ່ງ ຢາກບັນລຸໄດ້ຂໍ້ຕົກລົງກັບ ວໍຊີງຕັນ.


ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)
      ວັນທີ 30 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາວ່າ ປະເທດນີ້ ພວມປະຕິບັດວຽກງານການເຈລະຈາດ້ານການຄ້າ ກັບ ຈີນ ເປັນຢ່າງດີ, ພ້ອມທັງຖືວ່າ ປັກກິ່ງ ຢາກບັນລຸໄດ້ຂໍ້ຕົກລົງກັບ ວໍຊີງຕັນ. ກ່າວຄໍາເຫັນຕໍ່ວົງການນັກຂ່າວ ເມື່ອອອກຈາກທໍານຽບຂາວ ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ຈີນ ຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບພວກເຮົາ. ພວກເຮົາເຄີຍມີຂໍ້ຕົກລົງສະບັບໜຶ່ງແລ້ວ ແລະ ເຂົາເຈົ້າກໍ່ໄດ້ທໍາລາຍມັນ. ຂ້າພະເຈົ້າຄິດວ່າ ຖ້າຫາກໄດ້ເຮັດຄືນນັ້ນ ເຂົາເຈົ້າຈະບໍ່ທໍາລາຍຄືເກົ່າອີກບໍ?.
        ກໍຕາມການນໍາ ອາເມລິກາ ແລ້ວ, ນະໂຍບາຍຈັດວາງອັດຕາພາສີຂອງປະເທດນີ້ ສໍາລັບສິນຄ້າຂອງ ຈີນ ພວມເຮັດໃຫ້ບັນດາບໍລິສັດຜະລິດຂອງ ຈີນ ຕ້ອງຍ້າຍອອກຈາກປະເທດຂອງຕົນ ເພື່ອໄປຕັ້ງຮາກຖານການຜະລິດແຫ່ງໃໝ່ຢູ່ບັນດາປະເທດອື່ນ. ທ່ານກໍຖືວ່າ ຈີນ ພວມໜູນຊ່ວຍລາຄາສໍາລັບບັນດາຜະລິດຕະພັນຂອງຕົນ ແລະເນື່ອງມາຈາກອັນນັ້ນ ປະຊາຊົນ ອາເມລິກາ ຈຶ່ງຈ່າຍພຽງແຕ່ໜ້ອຍໜຶ່່ງເທົ່ານັ້ນ”, ພ້ອມທັງຢ້ັງຢືນວ່າ ການຈັດວາງອັດຕາພາສີສໍາລັບສິນຄ້າຂອງ ຈີນ ບໍ່ໄດ້ສົ່ງຜົນກະທົບເຖິງໄພເງິນເຟີ້ຫຼາຍພໍປານໃດ.
 (ແຫຼ່ງຄັດຈາກ VOV)
 

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top