ອາເມລິກາ ພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ ເມື່ອສຳພັນທະມິດທັງໝົດໃນພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ເຫັນດີ ແລະ ມີການກະທຳທີ່ຄ້າຍຄືກັນ, ກໍ່ຄືໃນທັນທີທີ່ບັນດາສະມາຊິກ ນາໂຕ ຢຸດຕິການຊື້ນ້ຳມັນຈາກ ລັດເຊຍ. ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະ ໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.
ໃນບົດຂຽນ, ທ່ານ Donald Trump ກໍ່ສະເໜີໃຫ້ ນາໂຕ, ດ້ວຍຖານະເປັນກຸ່ມໜຶ່ງ, ຄວນຈັດວາງອັດຕາພາສີແຕ່ 50 – 100% ສຳລັບ ຈີນ, ເພື່ອເຮັດໃຫ້ຜົນສະທ້ອນດ້ານເສດຖະກິດຂອງ ຈີນ ຕໍ່ກັບ ລັດເຊຍ ຫຼຸດລົງ. ຈີນ ແມ່ນໜຶ່ງໃນບັນດາປະເທດຊື້ນ້ຳມັນຂອງ ລັດເຊຍ ຫຼາຍທີ່ສຸດ. ບັນດາອັດຕາພາສີດັ່ງກ່າວຈະໄດ້ຖອນຄືນທັງໝົດພາຍຫຼັງທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ສິ້ນສຸດລົງ.