• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢ້ຽມຢາມເຂດຊາວຄຼິດ ຮ່າໂນ້ຍ ເນື່ອງໃນໂອກາດວັນບຸນອິດສະເຕີ

ທ່ານນປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຍົກອອກບັນດາຈຸດພົ້ນເດັນດ້ານເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ
(ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ອວຍ​ພອນ​ບັນ​ດາຄຸນ​ພໍ່, ນັກ​ບວດ, ຊາວ​ຄຼິດ)
(ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ອວຍ​ພອນ​ບັນ​ດາຄຸນ​ພໍ່, ນັກ​ບວດ, ຊາວ​ຄຼິດ)

ເນື່ອງ​ໃນ​ໂອ​ກາດພະ​ເຢ​ຊູ ກີ​ໂຕ ຟື້​ນ​ຄື​ນ​ຊີ​ວິດ, ຕອນ​ເຊົ້າ​ວັນ​ທີ 05 ເມ​ສາ, ຢູ່​ເຂດ​ຊາວ​ຄຼິດ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບັນ​ດາຄຸນ​ພໍ່, ນັກ​ບວດ, ຊາວ​ຄຼິດ. ຢູ່​ທີ່​ນີ້, ທ່ານນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໄດ້​ຍົກ​ອອກ​ບັນ​ດາ​ຈຸດ​ພົ້ນ​ເດັນ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ເນັ້ນ​ໜັກ​ວ່າ:

“​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດພາຍ​ຫຼັງ 40 ຜ່ານ​ມາ, ປະ​ເທດ​ຊາດ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ຫຼາຍ​ຢ່າງ, ໂດຍ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ປະ​ຊາ​ຊົນ​ທຸກ​ຊັ້​ນ​ວັນ​ນະ, ໃນ​ນັ້ນ​ມີ​ບັນ​ດາ​ສ​າ​ສະ​ໜາ, ພິ​ເສດ​ແມ່ນ​ສາ​ສະ​ໜາກາ​ໂຕ​ນິກ ຫວຽດ​ນາມ. ສາ​ສະ​ໜາກາ​ໂຕ​ນິກ ໄດ້​ປະ​ກອບ​ສ່ວນ​ທີ່​ດີ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການ​ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ… ຢູ່​ທ້ອງ​ຖິ່ນ. ພິ​ເສດ, ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ, ມີ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດກວ່າ 7,8 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ”.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໃຫ້​ຮູ້​ວ່າ ທີ່ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 (ເຊິ່ງ​ຈະ​ຈັດ​ຂຶ້​ນ​ໃນ​ຕອນ​ເຊົ້າ​ວັນ​ທີ 06 ເມ​ສາ), ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ກ​ົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໄຊ​ເຊື່ອ​ຖື​, ສາ​ສະ​ໜາ (ສະ​ບັບ​ປັບ​ປຸງ). ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ສາ​ສະ​ໜາ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ​ຖືກ​ຕາມ​ກົດ​ໝາຍ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

Top