• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ
  ທີ່​ການ​ພົບ​ປະ. (ພາບ: VNA)  

ຕອນບ່າຍວັນທີ 06 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ເຊີອຸນ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ເຈິ່​ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ, ໄດ້ພົບປະກັບ​ບັນ​ດາເພື່ອນມິດ ສ.ເກົາຫຼີ. ເຫດການໂດຍສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຈັດຂຶ້ນ, ​ດ້ວຍ​ການ​ເຂົ້​າ​ຮ່ວມ​ຂອງຜູ້ແທນ​ເຊິ່ງ​ເປັນຜູ້​ສົງ​ຄຸນ​ວຸດ​ທິ, ນັກປັນຍາຊົນ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ສ.ເກົາຫຼີ... ທີ່ພວມເຄື່ອນ​ໄຫວຢູ່ ຫວຽດນາມ.

ໂດຍຖື​ວ່າ​ຄວາມ​ສາ​ມາດ​ບົ່ມ​ຊ​້ອ​ນ​ການ​ຮ່ວມ​ມືລະຫວ່າງສອງປະເທດ​ຍັງ​ໃຫຍ່​ຫຼວງ​ຢູ່,​ທ່ານປະທານສະພາແຫ່ງຊາດຫວັງວ່າ ຜ່ານພົບ​ປະ​ໃນໃນມື້ນີ້, ສະມາຄົມມິດຕະພາບ​ ສ.ເກົາຫຼີ-ຫວຽດນາມ, ສະມາຄົມຊາວ ສ.ເກົາຫຼີ ຜູ້ທີ່ຮັກຫອມ ຫວຽດນາມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ວິ​ສາ​ຫະ​ກິດ, ​ນັກ​ທຸ​ລະ​ກິດ, ນັກວິທະຍາສາດ... ຈະສືບຕໍ່ສົມ​ທົບກັບສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ-ສ.ເກົາຫຼີ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການພົບ​ປະແລກປ່ຽນ​ປະ​ຊາ​ຊົນ, ນຳເອົາພາບພົດຂອງ ສ.ເກົາຫຼີ ມາສູ່ ຫວຽດນາມ ແລະ ຫວຽດນາມ ມາສູ່ ສ.ເກົາຫຼີ.

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະ​ຊາ​ຄົມ​ຊາວ ສ.ເກົາຫຼີ ອາ​ໃສ​ຢູ່ ຫວຽດນາມ ແລະ ປະ​ຊາ​ຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ສ.ເກົາຫຼີ; ທ່ານ​ກໍ່ຫວັງວ່າ ບັນ​ດານັກວິທະຍາສາດ, ​ນັກທ​ຸ​ລະ​ກິດ, ວິສາຫະກິດ ສ.ເກົາຫຼີ ຈະສືບຕໍ່​ຊອກ​ຮູ້, ລົງທຶນໃນໂຄງການ, ກິດ​ຈະ​ກຳໃຫຍ່ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກອງທັບ ອາເມລິກາ ຖະແຫຼງໄດ້ທຳລາຍກຳປັ່ນຂົນສົ່ງນ້ຳມັນຂອງ ອີຣານ 3 ລຳຢູ່ເຂດອ່າວ ໂອມານ

ກອງທັບ ອາເມລິກາ ຖະແຫຼງໄດ້ທຳລາຍກຳປັ່ນຂົນສົ່ງນ້ຳມັນຂອງ ອີຣານ 3 ລຳຢູ່ເຂດອ່າວ ໂອມານ

ເຂດອ່າວ ໂອມານ ແມ່ນເຂດທະເລທີ່ຢູ່ຕິດກັບອ່າວ ເປີເຊຍ, ໄດ້ເຊື່ອມຕໍ່ກັນຜ່ານຊ່ອງແຄບທະເລ Hormuz ຍຸດທະສາດ.

Top