ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ
ທີ່ການພົບປະ. (ພາບ: VNA)
ຕອນບ່າຍວັນທີ 06 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ເຊີອຸນ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະກັບບັນດາເພື່ອນມິດ ສ.ເກົາຫຼີ. ເຫດການໂດຍສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງເປັນຜູ້ສົງຄຸນວຸດທິ, ນັກປັນຍາຊົນ, ຜູ້ຕາງໜ້າວິສາຫະກິດ ສ.ເກົາຫຼີ... ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ.
ໂດຍຖືວ່າຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່,ທ່ານປະທານສະພາແຫ່ງຊາດຫວັງວ່າ ຜ່ານພົບປະໃນໃນມື້ນີ້, ສະມາຄົມມິດຕະພາບ ສ.ເກົາຫຼີ-ຫວຽດນາມ, ສະມາຄົມຊາວ ສ.ເກົາຫຼີ ຜູ້ທີ່ຮັກຫອມ ຫວຽດນາມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ວິສາຫະກິດ, ນັກທຸລະກິດ, ນັກວິທະຍາສາດ... ຈະສືບຕໍ່ສົມທົບກັບສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ-ສ.ເກົາຫຼີ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ, ນຳເອົາພາບພົດຂອງ ສ.ເກົາຫຼີ ມາສູ່ ຫວຽດນາມ ແລະ ຫວຽດນາມ ມາສູ່ ສ.ເກົາຫຼີ.
ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ; ທ່ານກໍ່ຫວັງວ່າ ບັນດານັກວິທະຍາສາດ, ນັກທຸລະກິດ, ວິສາຫະກິດ ສ.ເກົາຫຼີ ຈະສືບຕໍ່ຊອກຮູ້, ລົງທຶນໃນໂຄງການ, ກິດຈະກຳໃຫຍ່ຂອງ ຫວຽດນາມ.