• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊວັນຟຸກ: ໂດຍໄດ້ຮັບການສະໜັບສະໜູນຈາກປະຊາຊົນພວກເຮົາຈະບັນລຸໄດ້ຜົນສຳເລັດໃນການຕ້ານໂລກລະບາດ

ທ່ານປະທານປະເທດ ໄປຢ້ຽມຢາມສະຖານທີ່ສັກວັກຊິນແຫ່ງໜຶ່ງຢູ່ຕາແສງ ແບັກດັ່ງ, ເມືອງ ຮາຍບ່າຈຶງ, ຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງແນວໜ້າໃນການຕ້ານໂລກລະບາດ, ລະດົມກຳລັງໃຈປະຊາຊົນຢູ່ເມືອງຈຳນວນໜຶ່ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບກອງບັນຊາການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ນະຄອນຮ່າໂນ້ຍ.
(ພາບ: TTXVN)

ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ປຸກລະດົມພະນັກງານແພດໝໍ ແລະ ບັນດາກຳລັງແນວໜ້າໃນການຕ້ານໂລກລະບາດຢູ່ບາງຮາກຖານຮັບເອົາ, ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 (F0), ປ້ອມກວດກາ, ຮູບແບບສະໜອງສິນຄ້າໃຫ້ແກ່ປະຊາຊົນ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຮູບແບບສະໜອງສິນຄ້າໃຫ້ແກ່ປະຊາຊົນຢູ່ເຂດຂຽວຂຶ້ນກັບຕາແສງ ມາຍດົ້ງ, ເມືອງ ຮ່ວາງມາຍ. ເຂດນີ້ໄດ້ສ້າງໜ່ວຍໄປຕະຫຼາດຊ່ວຍພໍ່ແມ່ປະຊາຊົນ, ສະໜອງສິນຄ້າໃຫ້ແກ່ປະຊາຊົນຕາມຄວາມຕ້ອງການ ເພື່ອໃຫ້ປະຊາຊົນບໍ່ຕ້ອງອອກນອກ, ປະຕິບັດມະຕິເລກທີ 16 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວວ່າ:

        “ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ ແຕ່ຍ້ອນໜ້າທີ່ຕໍ່ປະເທດຊາດ, ຕໍ່ປະຊາຄົມ ສະນັ້ນຄວນປະຕິບັດຢ່າງເຂັ້ມງວດ. ຂ້າພະເຈົ້າຍ້ອງຍໍພໍ່ແມ່ປະຊາຊົນທີ່ໄດ້ເສຍສະຫຼະສິດຜົນປະໂຫຍດສ່ວນຕົວເພື່ອປະຕິບັດແຜນນະໂຍບາຍຂອງພັກ, ລັດ ໃນການປ້ອງກັນ, ຕ້ານໂລກລະບາດ. ໂດຍໄດ້ຮັບການສະໜັບສະໜູນຈາກປະຊາຊົນພວກເຮົາຈະບັນລຸໄດ້ຜົນສຳເລັດໃນການຕ້ານໂລກລະບາດ”

        ທ່ານປະທານປະເທດ ກໍ່ໄດ້ໄປຢ້ຽມຢາມສະຖານທີ່ສັກວັກຊິນແຫ່ງໜຶ່ງຢູ່ຕາແສງ ແບັກດັ່ງ, ເມືອງ ຮາຍບ່າຈຶງ, ຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງແນວໜ້າໃນການຕ້ານໂລກລະບາດ, ລະດົມກຳລັງໃຈປະຊາຊົນຢູ່ເມືອງຈຳນວນໜຶ່ງ, ຢ້ຽມຢາມກອງບັນຊາການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ນະຄອນຮ່າໂນ້ຍ ແລະ ເປັນປະທານພ້ອມກັບການນຳບັນດາກະຊວງ, ຂະແໜງການເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດໄດ້ຕີລາຄາສູງເລື່ອງນະຄອນ ຮ່າໂນ້ຍ ບັນລຸໄດ້ບັນດາຜົນງານສຳຄັນໃນເບື້ອງຕົ້ນໃນການປ້ອງກັນ, ຕ້ານໂລກລະບາດຮອບທີ 4. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ຮ່າໂນ້ຍ ຕ້ອງຈັດວາງຫຼາຍມາດຕະການຢ່າງແຮງກວ່າ, ເອົາໃຈໃສ່ເຖິງປະສິດທິຜົນຂອງ “5 ເສົາຄ້ຳ” ໃນການປ້ອງກັນ, ຕ້ານໂລກລະບາດ. ທ່ານປະທານປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສາກົນກວ່າອີກ ເພື່ອຊອກຫາແຫຼ່ງວັກຊິນມາໃຫ້ປະເທດ. ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ບັນດານັກອຸປະຖຳ, ຜູ້ໃຈບູນໃຈກູສົນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຈຳນວນເງິນ 40 ຕື້ດົ່ງໃຫ້ແກ່ນະຄອນ ຮ່າໂນ້ຍ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top