ຕອນຄ່ຳວັນທີ 01 ເມສາ, ຢູ່ສູນກອງປະຊຸມສາກົນ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານການຈັດງານລ້ຽງຮອງຮັບກະສັດ ແບນຊິກ Philippe ແລະ ພະມະເຫສີ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງສົມກຽດ. ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ, ກວ່າເຄິ່ງສະຕະວັດຜ່ານມາ, ຫວຽດນາມ ແລະ ແບນຊິກ ໄດ້ກາຍເປັນບັນດາຄູ່ຮ່ວມມືສຳຄັນໃນຫຼາຍຂົງເຂດການເມືອງ - ການທູດ, ການຄ້າ - ການລົງທຶນ, ການສຶກສາ, ສາທາລະນະສຸກ, ພ້ອມກັນນັ້ນ ຍາມໃດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານປະເທດ ເລືອງເກື່ອງ, ຢືນຢັນວ່າ:
“ດ້ວຍບັນດາຜົນງານໃນການເຈລະຈາລະຫວ່າງຂ້າພະເຈົ້າ ແລະ ກະສັດ, ພ້ອມກັບການສະໜັບສະໜູນຢ່າງສຸດໃຈຂອງກະສັດ ແລະ ພະມະເຫສີ, ບົນພື້ນຖານການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ອະນາຄົດທີ່ສົດໄສໃນການພົວພັນລະຫວ່າງ 2 ປະເທດ. 2 ປະເທດສືບຕໍ່ຮ່ວມແຮງຮ່ວມໃຈນຳການພົວພັນມິດຕະພາບນີ້ໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິນຜົນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ”.
ໃນບົດກ່າວຄຳເຫັນຕອບຄືນ, ກະສັດ Philippe ຢືນຢັນວ່າ, ການພົວພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ແບນຊິກ ທີ່ມີຄວາມສະໜິດຕິດພັນຢ່າງກົມກຽວນັບແຕ່ອະດີດ, ປະຈຸບັນ ແລະ ໃນອະນາຄົດ. ປະຈຸບັນ, ການພົວພັນຄູ່ຮ່ວມມືໃໝ່ຂອງ 2 ປະເທດໄດ້ຊີ້ໃຫ້ເຫັນອະນາຄົດທີ່ສົດໄສພວມໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານສັນຕິພາບ, ຄວາມວັດທະນາຖາວອນ ແລະ ເຊື່ອມໂຍງ.