ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 6 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ (ສະພາ) ອາຍຸການ 2021 – 2026. ເຂົ້າຮ່ວມວາລະປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.
ທີ່ວາລະປະຊຸມ, ສະພາໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບສະພາບການພົ້ນເດັ່ນໃນໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດ ທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງ ຫວຽດນາມ; ຕີລາຄາໝາກຜົນການຜັນຂະຫຍາຍປະຕິບັດບາງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ; ສະເໜີແນະເນື້ອໃນວາລະປະຊຸມຄັ້ງທີ 7 ຂອງສະພາໃນໄລຍະຈະມາເຖິງ.
ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການທີ່ມີໜ້າທີ່ ຈົ່ງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຕິດແທດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຊີ້ຂາດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານໃຫ້ມີປະສິດທິຜົນ ກໍຄືບັນດາການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ທ່ານກໍ່ເນັ້ນໜັກວ່າ, ຕ້ອງສືບຕໍ່ຕິດແທດ, ຕິດຕາມ, ເປັນເຈົ້າການກຳແໜ້ນຢ່າງແໜ້ນແຟ້ນ, ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ, ກໍຄືຢູ່ພາຍໃນປະເທດຢ່າງໃກ້ຊິດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບໍ່ຄາດຄິດໃນທຸກສະພາບການ.