• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບຄະນະຜູ້ແທນແມ່ຍິງອາຍຸສູງດີເດັ່ນໃນທົ່ວປະເທດ

ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ຫວຽດນາມ, ໃນນັ້ນມີແມ່ຍິງອາຍຸສູງຜ່ານໄລຍະຕ່າງໆ
(ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບຄະນະຜູ້ແທນແມ່ຍິງອາຍຸສູງດີເດັ່ນໃນທົ່ວປະເທດ)

ຕອນບ່າຍວັນທີ 06 ທັນວາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບຄະນະຜູ້ແທນແມ່ຍິງອາຍຸສູງດີເດັ່ນໃນທົ່ວປະເທດ, ເນື່ອງໃນໂອກາດຄະນະມາເຂົ້າຮ່ວມ “ກອງປະຊຸມຍ້ອງຍໍແມ່ຍິງອາຍຸສູງທົ່ວປະເທດ ໃນການສ້າງຄອບຄົວວັດທະນະທຳ, ອິ່ມໜຳສຳລານ, ສົມບູນພູນສຸກ”.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ຫວຽດນາມ, ໃນນັ້ນມີແມ່ຍິງອາຍຸສູງຜ່ານໄລຍະຕ່າງໆ; ທ່ານຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ຍົກສູງວຽກງານເບິ່ງແຍງດູແລຜູ້ອາຍຸສູງ, ໃນນັ້ນມີແມ່ຍິງອາຍຸສູງ, ຖືນີ້ແມ່ນແຫຼ່ງກຳລັງສຳຄັນເພື່ອຮັບປະກັນຊີວິດສັງສົມ ແລະ ການພັດທະນາຂອງປະເທດຊາດ.

“ສືບຕໍ່ເອົາໃຈໃສ່ຈັດຕັ້ງຜູ້ອາຍຸສູງເວົ້າລວມ, ແມ່ຍິງອາຍຸສູງເວົ້າສະເພາະ, ເສີມຂະຫຍາຍບົດຮຽນ, ຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນສ້າງແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງ ລັດ ກ່ຽວກັບຜູ້ອາຍຸສູງໃຫ້ສົມບູນແບບ; ເຂົ້າຮ່ວມການສ້າງ ແລະ ຈັດຕັ້ງການຜັນຂະຫຍາຍ “ຍຸດທະສາດແຫ່ງຊາດໃຫ້ແກ່ຜູ້ອາຍຸສູງ”, ແຜນຮ່າງ “ຜູ້ອາຍຸສູງເຂົ້າຮ່ວມ startup, ສ້າງວຽກເຮັດງານທຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ”, ລາຍການມະນຸດສະທຳ “ຕາແຈ້ງໃຫ້ຜູ້ອາຍຸສູງ”, ໂດຍສະເພາະແມ່ນຂໍ້ລິເລີມຈັດ “ເວທີປາໄສເສດຖະກິດເງິນ”, ໃນນັ້ນ ເອົາໃຈໃສ່ເຖິງຜູ້ອາຍຸສູງ ເປັນເຈົ້າການຮັບມືໃນວິວັດການພົນລະເມືອງເຖົ້າແກ່ຢ່າງວ່ອງໄວຄືໃນປະຈຸບັນ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top