ຕອນບ່າຍວັນທີ 12 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບກະສັດ ຈໍແດນ Abdullah II Ibn Al Hussein ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນ 2 ປະເທດດຳເນີນການພົບປະເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ການຢ້ຽມຢາມດຳເນີນໄປໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (09 ສິງຫາ 1980 – 09 ສິງຫາ 2025), ປະກອບສ່ວນເປີດອອກໄລຍະຮ່ວມມືໃໝ່.








