ຂ່າວສານ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ກວາງຈິ ຈົ່ງສ້າງຜົນງານໃໝ່ຢູ່ ແມ່ນ້ຳ ແທກຫານ ແລະ ແມ່ນ້ຳ ເບັ້ນຫາຍ
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີ ວ່າ:
“ທີໜຶ່ງແມ່ນ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ປະດິດຄິດສ້າງ; ປຸກລຸກຄວາມຄາດຫວັງພັດທະນາຢ່າງວັດທະນາຖາວອນ ແລະ ຜາສຸກ; ຊຸກຍູ້ນ້ຳໃຈກ້າຄິດ, ກ້າເຮັດ, ກ້າທຳ, ກ້າຮັບຜິດຊອບຂອງຖັນແຖວການນຳຂອງແຂວງ ເພື່ອຜົນປະໂຫຍດລວມ; ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງພັກ, ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ. ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນອົງຄະນະພັກ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ; ເສີມຂະຫຍາຍບົດບາດເປັນແບບຢ່າງຂອງຜູ້ນຳພາ. ທີສອງ, ແຂວງ ກວ໋າງຈິ ຄວນມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງແຂວງ, ຕັ້ງໜ້າປະຕິຮູບການບໍລິຫານ; ເສີມຂະຫຍາຍຊັບພະຍາກອນມະນຸດ. ຈົ່ງສູ້ຊົນເພື່ອໃຫ້ເສັ້ນຂະໜານ 17, ແມ່ນ້ຳເບັ໊ນຫາຍ ໃຫ້ກາຍເປັນເປົ້າໝາຍໂດດເດັ່ນໃໝ່ທາງດ້ານພັດທະນາເສດຖະກິດ - ສັງຄົມ, ຈົ່ງສ້າງຜົນງານທີ່ມະຫັດສະຈັນຢູ່ແມ່ນ້ຳ ແທກຫານ ແລະ ແມ່ນ້ຳເບັ໊ນຫາຍ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ຄົນລຸ້ນກ່ອນ, ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຢູ່ແມ່ນ້ຳອະມະຕະແຫ່ງນີ້; ເພື່ອໃຫ້ສົມກັບປະຫວັດສາດອັນສະຫງ່າລາສີຂອງດິນແດນແຫ່ງນີ້”.
ຕອນເຊົ້າວັນທີ 30 ເມສາ, ຢູ່ປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ຢູ່ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ໄດ້ເຂົ້າຮ່ວມພິທີຊັກທຸງທ້ອນໂຮມປະເທດຊາດເປັນເອກະພາບປີ 2022.
ຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຝຸກ ກໍໄດ້ເຂົ້າຮ່ວມພິທີປະຕິບັດໂຄງການກໍ່ສ້າງເຂດອຸດສາຫະກຳ ກວ໋າງຈິ, ໂຄງການສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍແຂວງກວ໋າງຈິ (1/5/1972 – 1/5/2022).