• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາພົບປະກັບເຈົ້າຊີວິດ ແລະ ພະມະເຫສີ ໄທ

ທ່ານປະທານປະເທດ ກໍ່ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ເຈົ້າຊີວິດ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ສະໜັບສະໜູນການພັດທະນາວັດທະນະທຳ ຫວຽດນາມ ຢູ່ ໄທ.

ທ່ານປະທານປະເທດ ກໍ່ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ເຈົ້າຊີວິດ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ສະໜັບສະໜູນການພັດທະນາວັດທະນະທຳ ຫວຽດນາມ ຢູ່ ໄທ.

  ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ພົບປະກັບເຈົ້າຊີວິດ ໄທ ມະຫາ ວະຊີຣາລົງກອນ ແລະ ພະມະເຫສີ  

ວັນທີ 18 ພະຈິກ, ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາຂັ້ນສູງ APEC 2022, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ພົບປະກັບເຈົ້າຊີວິດ ໄທ ມະຫາ ວະຊີຣາລົງກອນ ແລະ ພະມະເຫສີ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມປະທັບໃຈຕໍ່ບັນດາການພັດທະນາຢ່າງແຮງຂອງ ໄທ ພາຍຫຼັງໂລກລະບາດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການບັນຊາທີ່ສະຫຼາດສ່ອງໄສຂອງເຈົ້າຊີວິດ, ກໍຄືຄວາມມານະພະຍາຍາມຂອງລັດຖະບານແຫ່ງລາຊະອານາຈັກ ໄທ ແລະ ປະຊາຊົນ, ປະເທດ ໄທ ຈະສືບຕໍ່ຍາດໄດ້ຜົນງານຢ່າງໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ສວມບົດບາດນັບມື້ນັບໃຫຍ່ຫຼວງກວ່າຢູ່ພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດ ກໍ່ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ເຈົ້າຊີວິດ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ສະໜັບສະໜູນການພັດທະນາວັດທະນະທຳ ຫວຽດນາມ ຢູ່ ໄທ ເພື່ອເປັນພື້ນຖານຍູ້ແຮງຄວາມເຂົ້າອົກເຂົ້າໃຈ ແລະ ການພົວພັນແລກປ່ຽນປະຊາຊົນຂອງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

ສ່ວນເຈົ້າຊີວິດ ໄທ ຢືນຢັນວ່າ, ລັດຖະບານ ໄທ ຈະສືບຕໍ່ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງການຮ່ວມມື, ໜູນຊ່ວຍ ຫວຽດນາມ, ກໍຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ຍິ່ງໆຂຶ້ນ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top