ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ພົບປະກັບທ່ານປະທານສະພາແຫ່ງຊາດກຳປູເຈຍ, ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ
ທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ ສະແດງຄວາມພາກພູມໃຈ, ສະໜັບສະໜູນ ຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນການໂອ້ລົມເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ, ກໍ່ຄືການລົງນາມ, ແລກປ່ຽນບັນດາເອກະສານຮ່ວມມືສອງຝ່າຍ. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍຊ່ອງທາງຮ່ວມມືລັດຖະສະພາ, ສະພາແຫ່ງຊາດສອງປະເທດສືບຕໍ່ເພີ່ມທະວີການປະສານສົມທົບ, ຮ່ວມເດີນທາງກັບລັດຖະບານໃນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດ. ສອງຝ່າຍກໍ່ເຫັນດີເປັນເອກະພາບສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ. ການນຳສອງຝ່າຍເນັ້ນໜັກເຖິງຄວາມໝາຍສຳຄັນຂອງການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນໄວໜຸ່ມສອງປະເທດ, ຊ່ວຍລຸ້ນຄົນຕໍ່ໆໄປມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດສາດ, ມູນເຊື້ອສາມັກຄີ, ມິດຕະພາບ ແລະ ຄວາມຮັບຜິດຊອບໃນການປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ກຳປູເຈຍ.
ແລະກໍ່ໃນວັນດຽວກັນຢູ່ສຳນັກງານສະພາສູງ, ນະຄອນຫຼວງພະນົມເປັນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ພົບປະກັບທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງກຳປູເຈຍ Hun Sen.






