ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ພົບປະກັບການນຳຫຼາຍປະເທດຢູ່ນອກກອງປະຊຸມສຸດຍອດ ອາຊຽນ
ເມື່ອແລກປ່ຽນກັບກະສັດ ບຣູໄນ Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ ສອງຝ່າຍຜັນຂະຫຍາຍໂຄງການດຳເນີນງານຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ໄລຍະ 2023 – 2027 ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ພິຈາລະນາສ້າງຕັ້ງກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານການຄ້າ; ປັບປຸງການຮ່ວມມືໃນບັນດາຂົງເຂດຈັບຫາສິນໃນນ້ຳ, ສິນທະເລ.
ໃນການພົບປະກັບທ່ານ Ferdinand Marcos Jr. ປະທານາທິບໍດີ ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ຟີລິບປິນ ດຳລົງບົດບາດເປັນປະທານ ອາຊຽນ 2026 ຢ່າງສຳເລັດຜົນ, ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ກ່ຽວກັບການຮ່ວມມືສອງຝ່າຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູ້ຊົນຍົກວົງເງິນການຄ້າສອງສົ້ນ ໃຫ້ບັນລຸ 10 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ ແລະ ຮ່ວມມືກັນຄົ້ນຄວ້າວິທະຍາສາດທະເລວິທະຍາ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ພົບປະກັບທ່ານ Xanana Gusmão ນາຍົກລັດຖະມົນຕີ Timor – Leste, ຕ້ອນຮັບທ່ານ Masato Kanda ປະທານທະນາຄານພັດທະນາອາຊີ (ADB).








