ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48, ຕອນ​ບ່າຍ​ວັນ​ທີ 07 ພຶດ​ສະ​ພາ, ຢູ່ Cebu, ຟີ​ລິບ​ປິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ຂອງ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈ​ຳ​ນວນ​ໜຶ່ງ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ພົບ​ປະ​ກັບ​ກະ​ສັດ ບ​ຣູ​ໄນ Haji Hassanal Bolkiah (ພາບ: TTXVN)  

ເມື່ອ​ແລກ​ປ່ຽນ​ກັບ​ກະ​ສັດ ບ​ຣູ​ໄນ​ Haji Hassanal Bolkiah, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​​ໃຫ້ ສອງ​ຝ່າຍ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ບ​ຣູ​ໄນ​ ໄລ​ຍະ 2023 – 2027 ຢ່າງ​ມີ​ປະ​ສິດ​ທິ​ຜົນ​; ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ພິ​ຈາ​ລະ​ນາ​ສ້າງ​ຕັ້ງ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ; ປັບ​ປຸງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂ​ົງ​ເຂດ​ຈັບ​ຫາ​ສິນ​ໃນ​ນ້ຳ, ສິນ​ທະ​ເລ.

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງພົບ​ປະ​ກັບ​ທ່ານ​ Ferdinand Marcos Jr. ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ (ພາບ: TTXVN)  

ໃນ​ການ​ພົບ​ປະ​ກັບ​ທ່ານ​ Ferdinand Marcos Jr. ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ ຟີ​ລິບ​ປິນ ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ 2026 ຢ່າງ​ສຳ​ເລັດ​ຜົນ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂ​ອງ ອາ​ຊ​ຽນ. ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ​້ນ ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້​ານ​ສະ​ບຽງ​ອາ​ຫານ, ພະ​ລັງ​ງານ ແລະ ຮ່ວມ​ມື​ກັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທະ​ເລ​ວິ​ທະ​ຍາ.

ເນື່ອງ​ໃນ​ໂອ​ກາດ​ນີ້​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ພົບ​ປະ​ກັບ​ທ່ານ Xanana Gusmão ​ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste, ຕ້ອນ​ຮັບ​ທ່ານ​ Masato Kanda ປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB).


top