ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງສະພາບການເສດຖະກິດ - ສັງຄົມ 8 ເດືອນດີກ່ວາເມື່ອທຽບກັບໄລຍະດຽວກັນຂອງປີ 2024 ໃນທຸກຂົງເຂດເກືອບທັງໝົດ, ພົ້ນເດັ່ນແມ່ນເສດຖະກິດມະຫາພາກ ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ບັນດາຄວາມດູ່ນດ່ຽງໃຫຍ່ໄດ້ຮັບປະກັນ.
ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຕ້ອງວິເຄາະຕໍ່ໜ້າກຳລັງດັ່ນໂດຍໄພເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ດອດເບ້ຍພວມເພີ່ມຂຶ້ນ, ຄ່າໃຊ້ຈ່າຍພາຍໃນປະເທດ, ການສົ່ງອອກ, ການລົງທຶນພາກລັດ ມີທ່າອ່ຽງຊ້າລົງ, ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຫັນເປັນດີຈີຕອນ…
ຊີ້ແຈ້ງວ່າ ການເຕີບໂຕຂອງ ຫວຽດນາມຕ້ອງບັນລຸລະດັບແຕ່ 8,3 – 8,5%ໃນປີນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີເນັ້ນໜັກວ່າການສືບຕໍ່ເຮັດໃໝ່ບັນດາແຫຼ່ງກຳລັງເຕີບໂຕທີ່ເປັນມູນເຊື້ອ, ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ເພື່ອຮັບປະກັນການພັດທະນາຢ່າງຄົບຊຸດ, ຮອບດ້ານ. ບັນດາຂົງເຂດ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຕ້ອງມີການເຕີບໂຕ ທົ່ວປະເທດຈຶ່ງມີການເຕີບໂຕ.
ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການແກ້ໄຂບັນດາປະກົດການຫຍໍ້ທໍ້, ການກະທຳຄອບງຳຕະຫຼາດ, ການຄ້າເຖື່ອນ, ສິນຄ້າປ້ອມ… ຢ່າງທັນການ ແລະ ເຂັ້ມງວດ.