• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ ເຂດອະນຸສອນສະຖານປະທານໂຮ່ຈີມິນ

      ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020 ວຽນມາ ແລະ ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ຕອນເຊົ້າວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນທໍານຽບປະທານປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານຢູ່ອະນຸສອນສະຖານປະທານໂຮ່ຈີມິນ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາການນໍາ, ພະນັກງານ, ພາລະກອນເຮັດວຽກຢູ່ອະນຸສອນສະຖານປະທານໂຮ່ຈີມິນ ໃນທໍານຽມປະທານປະເທດ ທີ່ບັນລຸໄດ້ຜົນງານຫຼາຍຢ່າງນັບແຕ່ການເຄື່ອນໄຫວອະນຸລັກ, ຮັກສາ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດ ເພື່ອປະຕິບັດວຽກງານແນະນໍາກ່ຽວກັບຊີວິດ, ພາລະກິດ ແລະ ແບບຢ່າງຄູນສົມບັດຂອງປະທານໂຮ່ຈີມິນ. ກ່າວເຂົ້າສູ່ປິໃໝ່ປີຊວດ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີ ຜ່ານມາ, ໄປຄຽງຄູ່ກັນນັ້ນ ຕ້ອງມານະພະຍາຍາມປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ເພື່ອສົບກັບເປັນສະຖານທີ່ແດງ ກ່ຽວກັບການສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ນໍ້າໃຈຮັກຊາດ ແລະ ມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພ້ອມທັງແມ່ນບ່ອນເຕົ້າໂຮມຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບແພງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບທີ່ມີຕໍ່ປະທານໂຮ່ຈີມິນຜູ້ນໍາທີ່ຍິງໃຫຍ່ຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການຝືກ​​ຊ້ອມ​​ຄັ້ງໃຫຍ່​ກ່ອນ​ທີ່​ຈັດພິ​ທີ​ສະ​ເຫຼີມ​ສະຫຼ 70 ປີ​ແຫ່ງ ໄຊ​ຊະ​ນະ ດຽນ​ບຽນ​ຝູ

ການຝືກ​​ຊ້ອມ​​ຄັ້ງໃຫຍ່​ກ່ອນ​ທີ່​ຈັດພິ​ທີ​ສະ​ເຫຼີມ​ສະຫຼ 70 ປີ​ແຫ່ງ ໄຊ​ຊະ​ນະ ດຽນ​ບຽນ​ຝູ

ພິທີສະເຫຼີມສະຫຼອງ 70 ປີ ແຫ່ງໄຊຊະນະດຽນບຽນຝູ ແມ່ນເຫດການສຳຄັນພິເສດ, ມີຄວາມໝາຍ, ມີຂອບຂະຫນາດ ແລະ ຄຸນຄ່າ ອັນຍິ່ງໃຫຍ່, ເພື່ອແນໃສ່ປຸກລະດົມ, ເສີມຂະຫຍາຍມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ.

Top