• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກກ້ານ

ຕອນຄ່ຳວັນທີ 24 ສິງຫາ ຢູ່ ແຂວງ ບັກກ້ານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ 70 ປີແຫ່ງວັນປົດປ່ອຍແຂວງ ບັກກ້ານ. 


ພິທີສະເຫລີມສະຫລອງ 70 ປີແຫ່ງວັນປົດປ່ອຍແຂວງ ບັກກ້ານ

ພາບ:baobaccan 

ກ່ອນຫນ້ານັ້ນ ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫລັກແຫລ່ງແຂວງ. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີກ່າວວ່າ: ແຂວງບັກກ້ານ ແມ່ນແຂວງທຸກຍາກກວ່າໝູ່ໃນທົ່ວປະເທດ, ຂອບເຂດເສດຖະກິດຍັງນ້ອຍ, ພື້ນຖານໂຄງລ່າງເສດຖະກິດ ສັງຄົມ ຍັງບໍ່ທັນຄົບຊຸດ, ຍັງບໍ່ທັນເສີມຂະຫຍາຍໄດ້ບັນດາຄວາມສາມາດບົ່ມຊ້ອນພັດທະນາ. ສະນັ້ນ ເລື່ອງກຳນົດທິດທາງເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແມ່ນສິ່ງສຳຄັນທີ່ສຸດ.

“ຕ້ອງສືບຕໍ່ເຮັດໃຫ້ປະຊາຊົນຮັ່ງມີຂຶ້ນ, ຫລຸດຜ່ອນອັດຕາຄອບຄົວທຸກຍາກອຶດຫິວ ນັ້ນແມ່ນຫນ້າທີ່ສຳຄັນ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງຫັນປ່ຽນອົງປະກອບກະສິກຳ, ພັດທະນາພື້ນຖານໂຄງລ່າງ. ຄວນຫນູນຊ່ວຍໃຫ້ບັກກ້ານ ບໍ່ພຽງແຕ່ສະເພາະປີນີ້, ປີ 2020 ຫາກແຜນການ 5 ປີຕໍ່ໄປ.”

(ແຫຼ່ງຄັດຈາກ VOV)

 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top