• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມ G7 ແລະ ຢ້ຽມຢາມການາດາ

ໃນເວລາ 6 ໂມງ, ຕອນເຊົ້າວັນທີ 08 ມິຖຸນາ (ຕາມເວລາການາດາ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jean Lesage, ນະຄອນ Quebec, ລັດ Quebec, ເລີ່ນຕົ້ນລາຍການເຮັດວຽກແລະເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະ ຢ້ຽມຢາມ ການາດາ ແຕ່ວັນທີ 08 – 10 ມິຖຸນາ 2018.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ

ໄປຮອດສະໜາມບິນສາກົນ Jean Lesage, ນະຄອນ Quebec

(ພາບ: VGP)

ຕາມລາຍການເຮັດວຽກແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ; ພົບປະ, ເຮັດວຽກກັບການນຳບາງປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ G7 ແລະ ກອງປະຊຸມສຸດຍອດ G7 ເປີດກວ້າງ.

      ໃນວັນທີ 10 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ຈະຕ້ອນຮັບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຈະຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ຊາວຫວຽດນາມ ອາໄສຢູ່ການາດາ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top