• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄົບຄະນະກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ

      ຕອນເຊົ້າວັນທີ 27 ກັນຍາ ຢູ່ ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄົບຄະນະກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
      ນີ້ແມ່ນກອງປະຊຸມມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ ເພື່ອແນໃສ່ສ້າງບັນດານະໂຍບາຍທີ່ມີລັກສະນະບຸກທະລຸຫັນສິ່ງທ້າທາຍເປັນກາລະໂອກາດ, ຫັນປ່ຽນຮູບແບບການພັດທະນາຕາມທິດຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳມາເຊິ່ງການທຳມາຫາກິນຍາວນານໃຫ້ແກ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງ. ກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:
        “ລັດຖະບານ, ນາຍົກລັດຖະມົນຕີ ມີຄຳໝັ້ນສັນຍາວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ສ້າງກົນໄກສະດວກ, ລະດົມການເຂົ້າຮ່ວມຂອງປະຊາຊົນທຸກຄົນ, ຂອງວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ ລະດົມແຫລ່ງກຳລັງທີ່ຈຳເປັນ. ຫັນບັນດາການກະທຳປະຕິບັດບັນດາຂໍ້ລິເລີ່ມ, ບັນດາຫນ້າທີ່, ມາດຕະການຈາກກອງປະຊຸມນີ້ໃຫ້ເປັນລະອຽດ ເພື່ອວິວັດການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງດ້ວຍວິໄສທັດໝົດສະຕະວັດນີ້, ຫັນສິ່ງທ້າທາຍເປັນກາລະໂອກາດ, ເປັນເຈົ້າການໃນການຮັບມືກັບໄພນ້ຳຖ້ວມ.”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກອງປະຊຸມກຳນົດຢ່າງຈະແຈ້ງທຸກສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຊື່ງເຂດທົ່ງພຽງແມ່ນ້ຳຂອງພວມປະເຊີນຫນ້າ ແລະ ຕ້ອງຜ່ານຜ່າໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top