• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ຫວຽດນາມຍາມໃດກໍ່ເອົາໃຈໃສ່ແລະສຸມທຸກກຳລັງແຮງເພື່ອລົງທຶນກະສິກຳ,ຊົນນະບົດ

      ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ປະເທດຫວຽດນາມ ຈະເລີນຮຸ່ງເຮືອງເຂັ້ມແຂງໃນປີ 2045 ກໍ່ແມ່ນຄວາມຄາດຫວັງຂອງຊາວກະສິກອນຫວຽດນາມ ກ່ຽວກັບພື້ນຖານກະສິກຳ ຫວຽດນາມ ພັດທະນາຢ່າງແຮງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບຊາວກະສິກອນ
ພາບ:laodong.vn
ຕອນບ່າຍວັນທີ 28 ກັນຍາ, ຢູ່ ນະຄອນ ບວນມາທວດ ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໂອ້ລົມສົນທະນາກັບຊາວກະສິກອນເປັນຄັ້ງທີ 3. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ເນັ້ນຫນັກຄືນທີ່ຕັ້ງສຳຄັນຂອງກະສິກຳ, ຊາວກະສິກອນ ແລະ ຊົນນະບົດຫວຽດນາມ ສຳລັບບັນດາໄລຍະພັດທະນາຂອງປະເທດຊາດ.
            “ກ່ອນອື່ນໝົດ ຄວນເປີດກວ້າງບັນດາຕະຫລາດສົ່ງອອກ, ເປັນຕົ້ນເມື່ອສັນຍາການຄ້າເສລີ ຫວຽດນາມ - ອີຢູ ມີຜົນສັກສິດ; ຊຸກຍູ້ອຸດສາຫະກຳປຸງແຕ່ງ. ໃນສະພາບການໃຫມ່, ມີສອງບັນຫາວາງອອກໃຫ້ແກ່ຊາວກະສິກອນຫວຽດນາມ. ທີຫນຶ່ງ ຄວນສ້າງຊາວກະສິກອນມີຈີນຕະນາການໃຫມ່, ມີຄວາມຮູ້, ປັນຍາໃຫມ່. ທີສອງ ຍົກສູງລັກສະນະເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາວກະສິກອນຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບຊາວກະສິກອນກ່ຽວກັບ 2 ໝວດບັນຫາຕົ້ນຕໍ. ທີຫນຶ່ງ: ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຜະລິດກະສິກຳ, ກໍ່ສ້າງຊົນນະບົດໃຫມ່, ຊຸກຍູ້ອຸດສາຫະກຳປຸງແຕ່ງ, ຈຳຫນ່າຍ ແລະ ສົ່ງອອກຜະລິດຕະພັນກະເສດ. ທີສອງແມ່ນແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຮັບປະກັນຊີວິດສັງຄົມ, ສ້າງຊີວິດເປັນປົກກະຕິ, ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ພາກກາງ ແລະ ເຂດໄຕງວຽນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ສິ່ງທ້າທາຍຍິ່ງແຮງ ຄວາມຕັດສິນໃຈຂອງລັດຖະບານສຳລັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດຍິ່ງເຂັ້ມແຂງກວ່າ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ປະເທດຫວຽດນາມ ຈະເລີນຮຸ່ງເຮືອງເຂັ້ມແຂງໃນປີ 2045 ກໍ່ແມ່ນຄວາມຄາດຫວັງຂອງຊາວກະສິກອນຫວຽດນາມ ກ່ຽວກັບພື້ນຖານກະສິກຳ ຫວຽດນາມ ພັດທະນາຢ່າງແຮງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.

Top