• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດເດີນທາງໄປຢ້ຽມຢາມນະຄອນດາໜັງ

      ໃນຂອບເຂດການຢ້ຽມຢາມສສ. ຫວຽດນາມຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປ.ລາວຕາມຄຳເຊີນຂອງທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມແຕ່ວັນທີ 1-3 ຕຸລາ 2019, ຕອນຄ່ຳວັນທີ 2 ຕຸລາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສປປ.ລາວ, ເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ນະຄອນດາໜັງ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຫວໍກົງຈີ໊, ຮອງເລຂາ, ຜູ້ປະຈຳການຄະນະພັກ ນະຄອນດາໜັງ
      ທີ່ການພົບປະ, ທ່ານ ຫວໍກົງຈີ໊, ຮອງເລຂາ, ຜູ້ປະຈຳການຄະນະພັກ ນະຄອນດາໜັງຢັ້ງຢືນວ່າ: ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ດ້ວຍທ່າການຮ່ວມມືພັດທະນາລະຫວ່າງ ສອງປະເທດ, ນະຄອນດາໜັງ ກໍ່ເປັນເຈົ້າການໃນການສົ່ງເສີມ ແລະ ມີຫຼາຍລາຍການຮ່ວມມືກັບບັນດາຄູ່ຮ່ວມມືລາວທີ່ມີປະສິດທິຜົນ.
        ສາຍພົວພັນການຮ່ວມມືລະຫວ່າງ ນະຄອນດາໜັງ ແລະ ບັນດາທ້ອງຖິ່ນຂອງລາວ ແມ່ນໄດ້ຮັບໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ. ໃນນັ້ນ, ນະຄອນດາໜັງ ກໍ່ໄດ້ຜັນຂະຫຍາຍບັນດາໂຄງການໜູນຊ່ວຍ 5 ແຂວງ, ໃນບັນດາຂົງເຂດການສຶກສາ ບຳລຸງສ້າງ, ກະສິກຳ, ກໍ່ສ້າງໂຮງຮຽນ, ສູນພາສາຫວຽດ, ແລກປ່ຽນຮຽນຮູ້ບົດຮຽນການວາງແຜນຜັງຕົວເມືອງ... ດ້ວຍງົບປະມານກວ່າ 60 ຕື້ ດົ່ງ. ບັນດາວິສາຫະກິດການທ່ອງທ່ຽວຂອງສອງຝ່າຍ ໄດ້ຮ່ວມມືກັນຜັນຂະຫຍາຍລາຍການທ່ອງທ່ຽວທາງບົກ (caravan) ແຕ່ປະເທດໄທໄປຜ່ານລາວແລ້ວເຂົ້າສູ່ຫວຽດນາມ./.
 (ແຫຼ່ງຄັດຈາກ VOV)
 

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top