ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລມິນຮຶງ, ນາຍົກລັດຖະມົມຕີ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນຊຸມເດືອນຕົ້ນປີ 2026.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ສຸມໃສ່ການປ່ອຍເງິນລົງທຶນສາທາລະນະ; ຍູ້ແຮງຄວາມຄືບໜ້າບັນດາໂຄງການຈຸດສຸມ; ພັດທະນາອຸດສາຫະກຳຍຸດທະສາດ ແລະ ເຕັກໂນໂລຊີສູງ, ສຸມໃສ່ບັນດາກຳລັງໜູນການເຕີບໂຕໃໝ່ໃນບັນດາຂົງເຂດ, ຄື: ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີສູງ, ຊຸກຍູ້ການເລີ່ມຕົ້ນທຸລະກິດນະວັດຕະກຳ…
“ເລື່ອງປ່ອຍເງິນລົງທຶນສາທາລະນະ, ໂດຍສະເພະແມ່ນບັນດາໂຄງການພື້ນຖານໂຄງລ່າງຈຸດສຸມ ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງແກ່ການແກ້ໄຂສະພາບລົດຕິດ, ນ້ຳຖ້ວມ, ມົນລະຜິດສິ່ງແວດລ້ອມ… ແມ່ນຈຸດອຸດຕັນເຊິ່ງເຂດຕົວເມືອງໃຫຍ່ຄື ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເຊິ່ງແຕ່ດົນນານມາແລ້ວຍັງບໍ່ທັນແກ້ໄຂໄດ້ໂດຍພື້ນຖານ. ຈາກນັ້ນ, ກໍ່ສົ່ງຜົນສະທ້ອນເຖິງການດຳລົງຊີວິດຂອງປະຊາຊົນ, ສົ່ງຜົນສະທ້ອນໂດຍກົງເຖິງສະພາບແວດລ້ອມການແກ່ງແຍ້ງ, ລະດົມການລົງທຶນຂອງນະຄອນ. ນັ້ນແມ່ນບັນດາບັນຫາທີ່ຂ້າພະເຈົ້າຄິດວ່າ ທາງນະຄອນຕ້ອງສຸມໃສ່ເປັນທີ່ສຸດ”.






