• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ໃນເວລາ 6 ໂມງ 30 ນາທີ, ພິທີໄຂ World Cup 2026 ຢູ່ ອາເມລິກາ ໄດ້ຈັດຂຶ້ນຢູ່ສະໜາມກິລາ SoFi, Los Angeles, ດ້ວຍການເຂົ້າຮ່ວມຂອງນັກຮ້ອງນັກສະແດງສາກົນຫຼາຍຄົນ.
  (ແຟນບານ ອາ​ເມ​ລິ​ກາ)  

# ຕອນ​ເຊົ້າ​ວັນ​ທີ 13 ມິ​ຖຸ​ນາ (ຕາມ​ເວ​ລາ ຫວຽດ​ນາມ), ທີ່​ການ​ແຂ່ງ​ຂັນ​ສາຍ D World Cup 2026, ທິມ​ບານ​ເຕະ​ ອາ​ເມ​ລິ​ກາ ຍາດ​ໄດ້​​ຊະ​ນະ ປາ​ຣ​າກວາຍ ​ດ້ວຍ 4 ປະ​ຕູ​ຕໍ່ 1. ໄຊ​ຊ​ະ​ນະ​ນີ້​ຊ່ວຍ​ໃຫ້ ອາ​ເມ​ລິ​ກາ ນຳ​ໜ້າ​ສາຍ D. ບັນ​ດາ​ນັດ​ແຂ່ງ​ຂັນ​ທີ່​ຍັງ​ເຫຼືອ, ທິມ​ບານ​ເຕະ ອົ​ດ​ສະ​ຕາ​ລີ ຈະ​ແຂ່ງ​ຂັນ​ກັບທິມ​ບານ​ເຕະ ຕວັກ​ກີ ໃນ​ເວ​ລາ 11 ໂມ​ງ​ຂອງວ​ັນ​ທີ 14 ມິ​ຖຸ​ນາ, ຕາ​ມ​ເວ​ລາ ຮ່າ​ໂນ້ຍ.

# ໂດຍ​ຖືກ​ຍິງ​ເຂົ້າ​ປະ​ຕູຢູ່​ນັດ​ແຂ່ງ​ຂັນ​ທີ 1, ແຕ່ປະ​ເທດ​ເຈົ້າ​ພາບ ກາ​ນາ​ດາ ຍັງ​ຍາດ​ໄດ້​ໝາກ​ຜົນ​ສະ​ເໝີ​ກັນ 1 ປະຕູຕໍ່ 1 ກັບ Bosnia & Herzegovina ຢູ່​ສະ​ໜາມ​ກິ​ລາ Toronto, ໃນ​ນັດ​ແຂ່ງ​ຂັນ​ເປີດ​ສາກ​ຂອບສາຍ B, World Cup 2026, ທີ່ຈັດ​ຂຶ້​ນ​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 13 ມິ​ຖຸ​ນາ (ຕາມ​ເວ​ລາ ຫວຽດ​ນາມ).

# ກ່ອນ​ໜ້ານັ້ນ, ໃນ​ເວ​ລາ 6 ໂມງ 30 ນາ​ທີ, ພ​ິ​ທີ​ໄຂ World Cup 2026 ຢູ່ ອາ​ເມ​ລິ​ກາ ໄດ້​ຈັດ​ຂຶ້ນ​ຢ​ູ່​ສະ​ໜາມ​ກິ​ລາ SoFi, Los Angeles, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮ້ອງ​ນັກສະແດງ​ສາ​ກົນ​ຫຼາຍ​ຄົນ.

# ງານ​ແຂ່ງ​ຂັນ​ບານ​ເຕະ​ໂລກ 2026 ຫາກໍ່ເປັນ​ສັກຂີພະຍານໃຫ້​ການ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ​ຂອງ ເມັກ​ຊີ​ໂກ ເມື່ອ​ນັກເຕະກອງໜ້າ Gilberto Mora ໄດ້​ກາຍ​ເປັນ​ນັກ​ກິ​ລາ​ໜຸ່ມ​ທີ່​ສຸດ​ທີ່ເຂົ້າ​ຮ່ວມ​ທິມ​​ຊາດ​ປະ​ເທດນີ້ ໄດ້ລົງເຕະໃນງານ​ແຂ່ງ​ຂັນ World Cup. ຂີດ​ໝາຍ​ທີ່​ໜ້າ​ຈົດ​ຈຳຂອງ Gilberto Mora ​ແມ່ນ​ມາ​ຈາກ​ໄຊ​ຊະ​ນະ 2 ປະຕູຕໍ່ 0 ໃນ​ແນ​ແຂ່ງ​ຂັນ​ລະ​ຫວ່າງ ເມັກ​ຊີ​ໂກ ແລະ ອາ​ຟະ​ລິ​ກາ​ໃຕ້ ທີ່​ຈັດ​ຂຶ້​ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ.

# ຕາມ​ແຈ້ງ​ການ​ຂອງ​ສະ​ຫະ​ພັນ​ບານ​ເຕະ ເຢຍ​ລະ​ມັນ, ນັກ​ກິ​ລາ Joshua Kimmich, ຫົວ​ໜ້າ​ທິມ​ບານ​ເຕະ ແລະ ບັນ​ດາ​ນັກ​ກິ​ລາ​ໃນ​ທິມ​ຂອງ​ທິມ​ບານ​ເຕະ ເຢຍ​ລະ​ມັນ, ຈະ​ອຸໃຫ້​ການ​ສະ​ໜັບ​ສະ​ໜູນ​ລົດ​ຂົນ​ສົ່ງ​ໂດຍ​ສານ​ແຟນ​ບານ​ຈາກ​ນະ​ຄອນ ນິວຢອກ ໄປ​ສະ​ໜາມ​ກິ​ລາ MetLife ຢູ່ ລັ​ດ New Jersey (ອາ​ເມ​ລິ​ກາ), ແຫ່ງ​ທີ່​ຈະ​ຈັດ​ນັດ​ແຂ່ງ​ຂັນ​​ສາຍ E ແຂ່ງ​ຂັນ​ກັບ​ທິມ Ecuador, ທີ່​ຮອບ​ຊິ​ງ​ຊະ​ນ​ະ​ເລີດ​ຊີງ​ແຊ້ມ​ບານ​ເຕະ​ໂລກ World Cup 2026, ໃນ​ວັນ​ທີ 25 ມິ​ຖຸ​ນາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລມິນຮຶງ, ນາຍົກລັດຖະມົມຕີ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນຊຸມເດືອນຕົ້ນປີ 2026.

Top