ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເລມິນຮຶງ, ນາຍົກລັດຖະມົມຕີ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຈຳພັກນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນຊຸມເດືອນຕົ້ນປີ 2026.
  (ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວຄຳເຫັນທີ່ການເຮັດວຽກ)  

ຕອນ​ເຊົ້າ​ວັນ​ທີ 13 ມິ​ຖຸ​ນາ, ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ, ທ່​ານ ເລ​ມິ​ນ​ຮຶງ, ນາ​ຍົກ​ລັດ​ຖະ​ມົມ​ຕີ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026.

ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຮຽກ​ຮ້ອງ​ໃຫ້​ນະ​ຄອນ ໂຮ່​ຈີ​ມິນ ສຸມ​ໃສ່​ການ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ; ຍູ້​ແຮງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ; ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຍຸດ​ທະ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ສູງ, ສຸມ​ໃສ່​ບັນ​ດາ​ກຳ​ລັງ​ໜູນ​ກາ​ນ​ເຕີບ​ໂຕ​ໃໝ່ໃນ​ບັນ​ດາ​ຂົງ​ເຂດ, ຄື: ປັນ​ຍາ​ປະ​ດິດ, ເຄ​ິ່ງ​ຊັກ​ນຳ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຊີ​ສ​ູງ, ຊຸກ​ຍູ້​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດນະ​ວັດ​ຕະ​ກຳ…

“ເລື່ອງ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ, ໂດຍ​ສະ​ເພະ​ແມ່ນ​ບັນ​ດາ​​ໂຄງການ​ພື້ນ​ຖານ​ໂຄງ​ລ່າງຈຸດ​ສຸມ ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ແກ່​ການ​ແກ້​ໄຂ​ສະ​ພາບ​ລົດ​ຕິດ, ນ້ຳ​ຖ້ວມ, ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ… ແມ່ນ​ຈຸດ​ອຸດ​ຕັນ​ເຊິ່ງເຂດ​ຕົວ​ເມືອງ​ໃຫຍ່ຄື ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈີ​ມິນ ​​ເຊິ່ງແຕ່​ດົນ​ນານ​ມາ​ແລ້ວ​ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້ໂດຍ​ພື້ນ​ຖານ. ຈາກນັ້ນ, ກໍ່ສົ່ງ​ຜົນ​ສະ​ທ້​ອນ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ສະ​ພາບ​ແວດ​ລ້ອມ​ການ​ແກ່ງ​ແຍ້ງ, ລະ​ດົມ​ການ​ລົງ​ທຶນ​ຂອງ​ນະ​ຄອນ. ນັ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ທາງ​ນະ​ຄອນ​ຕ້ອງ​ສຸມ​ໃສ່​ເປັນທີ່​ສຸດ”.


top