ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Caroline Beresford, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ.
ເມື່ອເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືດ້ານການຄ້າ, ການລົງທຶນ 2 ຝ່າຍ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ 2 ຝ່າຍມີບັນດາມາດຕະການບຸກທະລຸ ເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 3 ຕື້ USD ໂດຍໄວ; ແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ສ້າງຄວາມສະດວກໃຫ້ແກ່ສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດໄດ້ເຂົ້າເຖິງຕະຫຼາດຂອງກັນ ແລະ ຂຸດຄົ້ນບັນດາສັນຍາການຄ້າເສລີທີ່ພ້ອມກັນເຂົ້າຮ່ວມໃຫ້ມີປະສິດທິຜົນ. ທ່ານກໍ່ຊີ້ແຈ້ງວ່າ ຕ້ອງຍູ້ແຮງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ຕັດສິນໃຈຊຸກຍູ້ການເປີດກວ້າງສາຍການບິນໂດຍກົງເພື່ອເພີ່ມທະວີການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ...
ສ່ວນທ່ານເອກອັກຄະລັດຖະທູດ Caroline Beresford ຢືນຢັນ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາຢ່າງແທຈິງ, ມີປະສິດທິຜົນ ແລະ ໃຫ້ຄຳໝັ້ນສັນຍາວ່າ ນິວຊີແລນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຈັດປີ APEC 2027 ໃຫ້ບັນລຸຜົນສຳເລັດ.






